ການອະນຸບານ
ອ່າງທີ່ໃຊ້ເປັນໜອງຂະໜາດປະມານເຄີ່ງໄລ່ເຖິງໜື່ງໄລ່ ຄວາມເລິກປະມານ 1 ແມັດ ກ່ອນປ່ອຍລູກປາຕ້ອງກຽມບໍ່ໃຫ້ດີ ເພື່ອກຳຈັດສັດຕູ ແລະ ເພີ່ມອາຫານຂອງລູກປາໃນໜອງ ການອະນຸບານປະມນີ້ ລະດັບນ້ຳໃນໜອງຂະນະເລີ່ມປ່ອຍລູກປາຄວນຢູ່ໃນລະດັບ 30-40 ຊມ, ແລ້ວຄ່ອຍໆເພີ່ມລະດັບນ້ຳ ອາທິດລະ 10 ຊມ, ເພື່ອຮັກສາຄຸນນະພາບນ້ຳ ສ່ວນກາານໃສ່ປຸ່ຍນັ້ນຫາກວາງແຜນຈະອະນຸບານດ້ວຍອາຫານສົມທົບພຽງຢ່າງດຽວກໍ່ບໍ່ຕ້ອງເຕີມປຸ໋ຍໃນໜອງ. ການຂົນຍ້າຍລູກປາລົງໜອງເມື່ອຍ້າຍລູກປາລົງໜອງແລ້ວໃຫ້ອາຫານ ເຊິ່ງອາດໃຊ້ໄຂ່ຕົ້ມເອົາແຕ່ໄຂ່ແດງນຳໄປລະລາຍນ້ຳ ແລະ ກອງຜ່ານຜ້າໂອລອນ ແລ້ວ ນຳໄປບັນຈຸໃນກະບອກສິດນ້ຳ ແລະ ສິດໃຫ້ທົ່ວຜິວນ້ຳ ຫຼື ຕັກລາດໃຫ້ທົ່ວໜອງ ປະລິມານໄຂ່ທີ່ໃຫ້ຂຶ້ນຢູ່ກັບພື້ນທີ່ໜອງ ໃນໜື່ງໄລ່ລູກປາປະມານ 1000-1500ຕົວ/ຕາແມັດ, ເມື່ອລູກປາໃຫຍ່ຂຶ້ນໃນວັນທີ່ 5 ຈະເລີ່ມຫຼຸດອາຫານໄຂ່ ແລະ ໃຫ້ຮໍາແທນ ໂດຍຄ່ອຍໆໂຮຍທີ່ລະນ້ອຍຮອບໆໜອບ ກະໃຫ້ຮໍາແຜ່ກະຈາຍເປັນພື້ນທີ່ກວ້າງປະມານ 1 ວາ ຈາກຂອບໜອງ ເພາະລູກປາສ່ວນຫຼາຍຈະອາໄສຢູ່ໃນບໍລິເວນນີ້ ຫຼັງໃຫ້ອາຫານແລ້ວໃຊ້ແກ້ວຕັກລູກປາມາເບີ່ງ ຖ້າລູກປາກີນອາຫານດີທ້ອງຈະຂາຍ ເຫັນຊັດເຈນ ເມື່ອອະນຸບານໄປໄດ້ປະມານ 2 ອາທິດ ລູກປາຈະເລີ່ມຂື້ນມາກິນອາຫານທີ່ຜິວນ້ຳຈະສັງເກດການກິນອາຫານໄດ້ງ່າຍຂື້ນ ໂດຍຈະໂຮຍຮໍາດ້ານເໜືອລົມ ຮໍາຈະຄ່ອຍໆ ລອຍໄປ ຄອຍສັງເກດຮໍາທີ່ລອຍມາຕິດຂອບໜອງ ຖ້າມີຫຼາຍກໍ່ສະແດງວ່າໃຫ້ອາຫານຫຼາຍເກີນໄປຕ້ອງຫຼຸດອາຫານລົງ. ອາຫານທີ່ໃຫ້ນີ້ ຖ້າໃຫ້ໄດ້ຄຸນຄ່າທາງໂພຊະນາການດີຍິ່ງຂື້ນຄວນປະສົມກັບປາບົດ ຮ່ອນແລ້ວໃນອັດຕາສ່ວນ ຮໍາກັບປາບົດເທົ່າກັບ 3/1 ການໃຫ້ຮໍາອາດຈະໃຫ້ ວັນລະ 3-4 ຄັ້ງ ໃນໄລຍະທຳອິດ ແລະ ຫຼຸດລົງເຫຼືອ 2 ຄັ້ງໃນເວລາຕໍ່ມາ ໂດຍທົ່ວໄປເມື່ອອະນຸບານໄດ້ 4-6 ອາທິດຈະໄດ້ລູກປາຂະໜາດ 1 ນິ້ວ ອັດຕາລອດປະມານ 30-40% ເຊິ່ງໝາຍຄວາມວ່າຈະໄດ້ລູກປາຈຳນວນ 480,000-640,000 ຕົວ/ໄລ່.

Contribute