ການຟັກໄຂ່ປາ
• ການຟັກໄຂ່ປາປາກເຮັດໄດ້ຫລາຍວິທີເຊັ່ນ:
ການຟັກໃສ່ກະຊັງຜ້າໂອລອນແກ້ວ: ໝາຍຄວາມວ່າເມື່ອປະປະສົມພັນກັນຮຽບຮ້ອຍແລ້ວໃຫ້ເອົາປາພໍ່ແມ່ພັນອອກຈາກໄຂ່
ແລະ ຟັກໄຂ່ໃສ່ກະຊັງເລີຍ ແຕ່ຕ້ອງເພີ່ມອົກຊີໃຫ້ຫລາຍຂຶ້ນເພື່ອເຮັດໃຫ້ນໍາ້ມີການໄຫຼ ແລະ ໄຂ່ໝູນວຽນ ເພື່ອເຮັດໃຫ້ອັດຕາການຟັກແຕກສູງ ໂດຍທົ່ວໄປການຟັກໄຂ່ປາປາກໃຊ້ເວລາປະມານ8-12ຊົ່ວໂມງ ຂຶ້ນກັບອຸນຫະພູມຂອງນໍ້າ.
ການຟັກໄຂ່ໃສ່ຈວຍ: ວິທີນີ້ແມ່ເຮັດໃຫ້ອັດຕາການຟັກແຕກສູງກວ່າຟັກໃສ່ກະຊັງໂອລອນແກ້ວ ເພາະວ່າໄຂ່ທີ່ຟັກໃສ່ຈວຍນັ້ນ
ຈະມີການໝູນໄດ້ດີກວ່າຟັກໃສ່ກະຊັງເພາະວ່າເນື້ອທີ່ນ້ອຍ ແລະ ໄຂ່ກໍ່ໃຊ້ໜ້ອຍ ແລະ ເປັນທີ່ນິຍົມໃນປະຈຸບັນ.

Contribute