ການກະກຽມໜອງ ແລະ ພໍ່ແມ່ພັນປາ

ການລ້ຽງປາປາກ ຄວນຈະເປັນໜອງດິນ ຂະໜາດປະມານ 400 ຕາແມັດ, ໂດຍປ່ອຍປາຕົວຜູ້ ແລະ ຕົວແມ່ ແຍກໜອງກັນໃນອັດຕາປະມານ 800 ຕົວ/ໄລ່, ໃຫ້ຜັກຕ່າງໆ ຫຼື ອາຫານປະສົມໃນອັດຕາປະມານ 3/100 ຂອງນ້ຳໜັກຕົວ, ການລ້ຽງພໍ່ແມ່ພັນປາ ອາດຈະເລີ່ມນເດືອນຕຸລາ ຫຼື ພະຈິກ ໂດຍຄັດປາອາຍຸປະມານ 8 ເດືອນ ແຍກເພດ ແລະ ປ່ອຍລົງໜອງ ເມື່ອອາກາດເລີ່ມອ່ອນຂຶ້ນໃນເດືອນກຸມພາ ຄວນກວດສອບພໍ່ແມ່ພັນປາ ຖ້ານ້ຳໜັກຫຼາຍເກີນໄປຕ້ອງຫຼຸດອາຫານ ຫາກຈ່ອຍຄວນເລ່ງອາຫານເສີມ ທັ້ງນີ້ ຄວນຈະຖ່າຍນ້ຳ ເພື່ອເລ່ງການຈະເລີນເຕິບໂຕຂອງໄຂ່ ແລະ ນ້ຳເຊື້ອ. ການລ້ຽງປາອາດຈະເລີ່ມໄດ້ປະມານເດືອນມີນາເຖິງກັນຍາ ໂດຍພໍ່ແມ່ພັນຈະພ້ອມທີ່ສຸດ ໃນເດືອນພືດສະພາ-ມິຖຸນາ.

ການຄັດເລືອກແມ່ພັນ
ປາເພດແມ່ທີ່ມີໄຂ່ແກ່ຈັດຈະມີທ້ອງໃຫຍ່ ແລະ ອ່ອນນຸ່ມ, ໜັງທ້ອງຈະບາງ ຊ່ອງເພດ ແລະ ຊ່ອງທະວານຄ່ອນຂ້າງພອງ ແລະ ຍືນ, ສ່ວນປາເພດຜູ້ເກືອບຈະບໍ່ມີປັນາເລື່ອງຄວາມພ້ອມເນື່ອງຈາກສ້າງນ້ຳເຊື້ອໄດ້ດີເກັບຕະຫຼອດປີ.

ການສິດຮໍໂມນ
ໂດຍທົ່ວໄປຈະໃຊ້ຕ່ອມໃຕ້ສະໝອງຈາກປາຈີນ ຫຫຼື ປາຍິ່ໂສກເທດ ສິດໃນ ອັດຕາ 1.5-2 ໂດສ ຂຶ້ນກັບຄວາມຕ້ອງການຂອງແມ່ປາ ສີດພຽງເຂັມດຽວ ປາເພດຜູ້ບໍ່ຕ້ອງສິດ ຕໍ່າແໜ່ງທີ່ນິຍົມສິດໃຕ້ເກັດບໍລິເວນໃຕ້ຄີຫຼັງເທີງເສັ້ນ ຂ້າງຕົວ ຫຼື ບໍລິເວນໂຄນຄີຫູ ໃນບາງບໍລິເວນນິຍົມໃຊ້ຮໍໂມນສັງເຄາະ LHRN ສິດໃນອັດຕາ 20 ໄມໂຄຣກຣາມ/ກິໂລກຣາມ ຄວບຄູກັບຢາເສີມ Domperidon ໃນອັດຕາສວນ 5-10 ມິນລີກຣາມ/ກິໂລກຣາມ ຈະມີຜົນໃຫ້ປາວາງໄຂ່ເຊັ່ນດຽວກັນ.

Contribute