ພະຍາດ ແລະ ການປ້ອງກັນຮັກສາ
ປາປາກມີການຕອບສະໜອງຕໍ່ການປ່ຽນແປງຂອງສະພາບແວດລ້ອມໄດ້ຄ່ອນຂ້າງໄວ ເຊັ່ນການປ່ຽນອຸຫະພູມໃນຮອບວັນ ປະລິມານອອກຊີເຈນທີ່ລະລາຍໃນນ້ຳ ຄວາມເປັນກົດເປັນດ່າງຂອງນ້ຳ ຕະຫຼອດຈົນສານພິດຕ່າງໆ ທີ່ມາກະທົບ ດັ່ງນັ້ນການຈັດການດ້ານຄຸນນະພາບນ້ຳທີ່ໃຊ້ລ້ຽງມີຄວາມຈຳເປັນເພາະເປັນການປ້ອງກັນການເກີດພະຍາດໄວ້ລ່ວງໜ້າ. ສາເຫດທີ່ເຮັດໃຫ້ເກີດພະຍາດແມ່ນນຳລູກປາຕິດພະຍາດ, ພະຍາດມາລ້ຽງໂດຍບໍ່ໄດ້ກຳຈັດພະຍາດກ່ອນ, ລ້ຽງປາໜາແໜ້ນເກີດໄປ, ໃຫ້ອາຫານຫຼາຍເກີນໄປ, ນ້ຳມີຄຸນນະພາບຕໍ່າ, ຄຸນນະພາບອາຫານຕໍ່າ ແລະ ບໍ່ສົດ.

Contribute