ປາປາກສາມາດຈະເລີນເຕີບໂຕໄດ້ດີໃນແຫຼ່ງນ້ຳທົ່ວໄປ ເປັນປາທີລ້ຽງງ່າຍກີນພືດເປັນອາຫານ ອາໄສຢູ່ໄດ້ດີທັ້ງແຫຼ່ງນ້ຳໄຫຼ ແລະ ແຫຼ່ງນ້ຳນິ່ງ ແມ້ກະທັງໃນນາເຂົ້າ ເມື່ອອາຍຸພຽງ 6 ເດືອນ ກໍ່ສາມາດຈະມີນ້ຳໜັກໄດ້ເຖີງເຄີ່ງກິໂລກຣາມ. 
- ໜອງລ້ຽງ ຄວນມີຂະໜາດປະມານ 400 ຕາແມັດ ຈົນເຖິງໜື່ງໄລ່ ຫຼື ຫຼາຍກວ່ານັ້ນ ຄວນເລິກປະມານ 1 ແມັດຂື້ນໄປ ໃຊ້ລ້ຽງລູກປາທີ່ມີຂະໜາດຍາວ 5-7 ຊັງຕິແມັດຂຶ້ນໄປ ໃນອັດຕາສ່ວນ 3-4 ຕົວ ຕໍ່ຕາແມັດ ຫຼື 5,000 ຕົວ/ໄລ່.
- ໜອງໃໝ່: ໜອງທີຂຸດໃໝ່ ແລະ ເລີ່ມການລ້ຽງເປັນຄັ້ງທຳອິດ ຈະບໍ່ຄ່ອຍມີປັນຫາເລື່ອງພະຍາດຕົກຄ້າງຢູ່ໃນໜອງ ຈະມີອາຫານທຳມະຊາດຢູ່ນ້ອຍ ຫາກພາຍໃນບໍ່ເໝາະສົມກໍ່ຕ້ອງໄດ້ປັບປຸງເຊັ່ນ: ນໍ້າ ແລະ ດິນເປັນກົດເປັນດ່າງຕໍ່າກວ່າ 6.5 ກໍ່ຕ້ອງໃຊ້ປູນຂາວ ຊ່ວຍໃຫ້ປັບສະພາບ ລະບາຍນ້ຳເຂົ້າໃຫ້ມີລະດັບປະມານ 50 ຊມ, ປະໄວ້ອິກ 5-7 ວັນ ຈື່ງປ່ອຍນ້ຳໃຫ້ໄດ້ລະດັບຕາມທີ່ຕ້ອງການປະມານ 1-1.5 ແມັດ ຈື່ງປ່ອຍປາລົງລ້ຽງ.
- ໜອງເກົ່າ: ທີ່ຜ່ານມາມີການລ້ຽງປາແລ້ວຫຼັງຈາກຈັບປາແລ້ວໃຫ້ສູບນໍ້າອອກໃຫ້ແຫ້ງປະໄວ້ຢ່າງໜ້ອຍໜື່ງວັນ ຈາກນັ້ນໃສ່ປູນຂາວຂ້າເຊື້ອພະຍາດ ແລະ ກາຝາກພ້ອມ, ທັ້ງປັບສະພາບດິນເປັນກົດເປັນດ່າງຂອງກົ້ນໜອງ ຈາກນັ້ນຕາກໜອງປະໄວ້ປະມານ ໜື່ງອາທິດ, ເຮັດຄືກັບໜອງໃໝ່ ແຕ່ຖ້າບໍ່ສູບນໍ້າໃຫ້ແຫ້ງໄດ້ຈຳເປັນຕ້ອງກຳຈັດ ສັດຕູປາໃຫ້ໝົດກ່ອນ ສັດຕູປາໄດ້ແກ່ພວກປາກິນຊີ້ນ ເຊັ່ນປາຄໍ, ປາດຸກ, ກົບ, ຂຽດ ແລະ ງູ, ຄວນມີການກຳຈັດໃຫ້ໝົດກ່ອນ. ສ່ວນນ້ຳທີ່ຈະລະບາຍເຂົ້າມາໃໝ່ ຄວນໃຊ້ຕະແກງກອງເອົາເສດຕ່າງ ແລະ ປາອື່ນໆບໍ່ໃຫ້ເຂົ້າມາໃນໜອງໄດ້.

Contribute