ພະຍາດ ແລະ ສາເຫດ
ການເກີດພະຍາດຂອງປາດຸກທີ່ລ້ຽງມັກຈະເກີດຈາກປັນຫາຄຸນນະພາບຂອງນ້ຳໃນໜອງທີ່ຄຸນນະພາບຕໍ່າ, ເຊິ່ງອາດຈະເກີດຈາກສາເຫດຂອງການໃຫ້ອາຫານຫຼາຍເກີນໄປຈົນອາຫານເຫຼືອເນົ່າເສຍ ເຮົາສາມາດປ້ອງກັນບໍ່ໃຫ້ເກີດພະຍາດໄດ້ໂດຍການໜັ່ງສັງເກດວ່າເມື່ອປາຢຸດກິນອາຫານຈະຕ້ອງຢຸດໃຫ້ອາຫານທັນທີ ເພາະປາຈະມັກກິນອາຫານໃໝ່ເລື້ອຍໆ, ເຖິງຈະກິນອີ່ມແລ້ວ ຖ້າໃຫ້ອາຫານໃໝ່ອິກກໍ່ຈະຄາຍ ຫຼື ເອົາອາຫານເກົ່າອອກຈາກທ້ອງ ແລ້ວໄປກີນອາຫານໃໝ່ເຂົ້າແທນ ເຊິ່ງເປັນອາຫານທີ່ໃຫ້ເກີນ 4-5% ຂອງນ້ຳໜັກຕົວປາ.
ໃນກໍລະນີທີ່ມີການປ້ອງກັນຢ່າງດີແລ້ວແຕ່ປາກໍ່ຍັງຕິດເຊື້ອພະຍາດ ເຊິ່ງມັກຈະສະແດງອາການໃຫ້ເຫັນໂດຍແບບອາການຂອງພະຍາດກຸ່ມໃຫຍ່ໆດັ່ງນີ້:
- ການຕິດເຊື້ອຈາກແບກທີເຣຍ, ຈະມີການອອກເລືອດ ມີບາດແຜຕາລຳຕົວ ແລະ ຄີຫົ່ນອອກ, ຕາຂຸ່ນ, ໜວດກູດງໍ້, ກົກຫູບວກ, ທ້ອງບວມ, ມີນ້ຳໃນຊ່ອງທ້ອງ, ກິນອາຫານນ້ອຍລົງ ຫຼື ບໍ່ກິນອາຫານ ລອຍຕົວຢູ່ເທີງໜ້ານ້ໍາ.
- ອາການຈາກກາຝາກເກາະຕົວປາ ຈະມີເມືອກຫຼາຍ, ມີບາດແຜຕາມລຳຕົວ, ເລືອດອອກ, ຄີເປືອຍ, ຈຸສີຂາວຕາມລຳຕົວ ສີຕາມລຳຕົວຈືດຈາງ ຫຼື ເຂັ້ມຜິດປົກະຕິ, ເຫືອກຊິດລອຍນໍ້າໄດ້ບໍ່ແຂງແຮງດີ ແລະ ບໍ່ຖືກທິດທາງ.
- ອາການຈາກອາຫານທີ່ຄຸນນະພາບຕໍ່າບໍ່ເໝາະສົມ ຄືຂາດວິຕາມີນບີ, ກະໂຫຼກຫົວແຕກ, ບໍລິເວນໃຕ້ຄາງຈະມີເລືອດອອກ, ຕົວຄົດ, ກີນອາຫານນ້ອຍລົງ, ຖ້າຂາດວິຕາມີນບີ ປາຈະລອຍນໍ້າຕົວແຂງ.
- ອາການຈາກຄຸນນະພາບນໍ້າຕໍ່າ ປາຈະລອຍນໍ້າຂື້ນລົງຕະຫຼອດ ຄີເປືອຍ, ໜວດໂຄດງໍ້, ຟັນຟືມຈືດຈາງ ຫຼື ບວມ, ລຳຕົວຈືດຈາງ, ບໍ່ກີນອາຫານ, ມີບາດແຜຕາມລຳຕົວ.
ສະນັ້ນ ໃນການຮັກສາພະຍາດຄວນຈະໄດ້ພິຈາລະນາໃຫ້ຮອບຄອບກ່ອນການຕັດສີນໃຈເລືອກໃຊ້ຢາ ຫຼື ສານເຄມີ ສາເຫດຂອງພະຍາດ, ໄລຍະການຮັກສາ, ຄ່າໃຊ້ຈ່າຍໃນການຮັກສາ.

ວິທີການປ້ອງກັນເກີດພະຍາດ
- ຄວນຕຽມໜອງ ແລະ ນໍ້າຕາມວິທີການທີ່ເໝາະສົມກ່ອນປ່ອຍລູກປາ.
- ຊື້ພັນປາຈາກແຫຼ່ງທີ່ເຊື່ອຖືໄດ້ວ່າແຂງແຮງ ແລະ ປາສະຈາກພະຍາດ
- ໜັ່ນກວດຄຸນນະພາບນໍ້າສະໝໍ່ສະເໝີ ຖ້າເຫັນອາການຜິດປົກກະຕິຕ້ອງຫາສາເຫດ ແລະ ແກ້ໄຂໂດຍດ່ວນ.
- ປ່ຽນຖ່າຍນ້ຳຈາກລະດັບກົ້ນໜອງສະຢ່າງສະໜໍ່າສະເໜີ
- ບໍ່ຄວນໃຫ້ອາຫານເກີນ

Contribute