ການປະສົມພັນທຽມ
ການປະສົມພັນທຽມບາງຄັ້ງກໍ່ສາມາດສັກຮໍໂມນແລ້ວປາຜູ້ ແລະ ປາແມ່ໃສ່ນຳກັນປາແມ່ນຈະວາງໄຂ່ ແລະ ປະສົມກັບນ້ຳເຊື້ອກັນເອງແຕ່ສ່ວນໃຫຍ່ແລ້ວຕ້ອງໄດ້ຮີດໄຂ່ ແລະ ຜ່າຕັດນ້ຳເຊື້ອມາປະສົມຄື: ສັກຢາຮໍໂມນຊູປຣີເຟັກສັກໃນອັດຕາມຄວາມເຂັ້ມຂຸ້ນ 0.2-0.3 ຊີຊີ (ຢາທີ່ປະສົມກັບນ້ຳກັ່ນແລ້ວ) ປະສົມກັບຢາໂມຕິລຽມ 1 ເມັດ/ປາແມ່ 1 ກິໂລກຣາມ, ຫຼັງຈາກສັກແລ້ວປະມານ 10-12 ຊົ່ວໂມງ ກໍ່ສາມາດຮີດໄຂ່ໄດ້, ສຳຫຼັບປາຜູ້ແມ່ນສັກໃນອັດຕາເຄິ່ງໜື່ງທີ່ໃຊ້ກັບຕົວແມ່. ສຳຫຼັບຊາວກະສິກອນທີ່ບໍ່ມີເງື່ນໄຂໃນການນຳໃຊ້ຢາຮໍໂມນຊູບປຣິເຟັກ ກໍ່ສາມາດນຳໃຊ້ຕ່ອມໃຕ້ສະໜອງໂດຍການສັງຄັ້ງທຳອິດ 3 ໂດຣສ ແລະ ຄັ້ງທີ 2 ໃຫ້ໃຊ້ 2 ໂດຣສ, ຈຳນວນໂດຣສທີ່ນຳໃຊ້ຂຶ້ນກັບຄວາມພ້ອມຂອງປາພໍ່ແມ່ພັນ, ການສັກຢາປາອາດຈະສັກສອງຄັ້ງ ຫຼື ຄັ້ງດຽວກໍ່ໄດ້ທັ້ງນີ້ຂຶ້ນກັບຄວາມພ້ອມຂອງປາພໍ່ແມ່ພັນ.

Contribute