ການອະນຸບານລູກປາ
ການອະນຸບານລູກປາແມ່ນຂັ້ນຕອນທີ່ຄວນເອົາໃຈໃສ່ຢ່າງລະອຽດອ່ອນທີສຸດເພາະວ່າລູກປາຂະໜາດນີ້ບໍ່ທັນມີຄວາມທົນທານຕໍ່ສະພາບແວດລ້ອມ ແລະ ການກະທົບກະເທືອນໄດ້ ການອະນຸບານເຮັດໄດ້ຫຼາຍວິທີຕາມຄວາມເໝາະສົມຂອງຜູ້ລ້ຽງ, ການໃຫ້ອາຫານຄວນໃຫ້ພຽງພໍເພື່ອຫຼິກລ້ຽງການກິນກັນເອງ ແລະ ຮັກສາຄວາມສະອາດຂອງນ້ຳ. ໃນໄລຍະເລີ່ມຕົ້ນນີ້ ການບົວລະບັດຮັກສາຄວາມສະອາດສະຖານທີ່ລ້ຽງ ແລະ ຄຸນນະພາບຂອງນ້ຳເປັນສີ່ງສຳຄັນ ແລະ ມີຄວາມຈຳເປັນທີຈະຕ້ອງໄດ້ນຳໃຊ້ຢາປະຕິຊີວະນາປະເພດຢາເຕຕຣາຊີກລິນປະສົມກັບນ້ຳເພື່ອປ້ອງກັນການຕາຍຂອງປາໃນຊ່ວງທຳອິດ. ການລ້ຽງປາໃນບໍຊີມັງຈະຕ້ອງໄດ້ເອົາໃຈໃສ່ກ່ຽວກັບຄວາມສະອາດ ແລະ ການປ່ຽນຖ່າຍນ້ຳ, ຄວນຍ້າຍປາໄປອ່າງໃໝ່ ເມື່ອຮອດ 5 ວັນ, ເພື່ອປ້ອງກັນການຕາຍຈາກເຊື້ອພະຍາດ. ສ່ວນອ່າງທີ່ລ້ຽງແລ້ວນັ້ນ ແລະ ຈະຕ້ອງໄດ້ຂັດອ່າງໃໝ່ອະນາໄມຂ້າເຊື້ອຕາມແຫ້ງຈື່ງນຳໃຊ້ລ້ຽງອິກເທື່ອໜື່ງ, ຄວນໃຊ້ຢາຟອກມາລິນໃນໜອງດິນ ຫຼື ໃນອ່າງຊີມັງທີ່ມີຄວາມເຂັ້ມຂຸ້ມປະມານ 50 ພີພີເອັມ ເພື່ອປ້ອງກັນ, ຮັກສາພະຍາດທີ່ເກີດຈາກພວກກາຝາກ ແລະ ພະຍາດອື່ນໆ.  ການອະນຸບານປານ້ອຍໃນກະຊັງຖ້າວາງໄຂໃນຄອງນ້ຳໄຫຼມີຄວາມສະດວກກວ່າເພາະບົວລະບັດງ່າຍ. ການຜະລິດໄຮແດງເປັນສິ່ງທີ່ຂາດບໍ່ໄດ້ສຳຫຼັບການອະນຸບານປາໃນໜອງດິນຂະໜາດຍາວ 3 ແມັດກວ້າງ 1 ແມັດ ແລະ ເລິກ 0.6 ແມັດ ສາມາດປ່ອຍລູກປາໄດ້ປະມານ 20,000 ໂຕ ຫຼື ກະຊັງຂະໜາດຍາວ 1.5 ແມັດ, ກວ້າງ 1.2 ແມັດ, ເລິກ 0.9 ແມັດ ສາມາດປ່ອຍໄດ້ 20,000 ໂຕ, ໂດຍລ້ຽງດ້ວຍໄຮນ້ຳປະມານ 2 ລິດ, ໃນຕອນເຊົ້າ ແລະ ໃນຕອນແລງໃຫ້ອາຫານປະເພດຊີ້ນປາບົດ 1 ກິໂລປະສົມກັບຮຳອ່ອນ 250 ກຣາມຕໍ່ວັນ. 

ໃນໄລຍະ 2 ຫາ 3 ອາທິດກາານເກືອໄຮນ້ຳ ຫຼື ໄຮແດງເປັນສີ່ງຈຳເປັນ. ການອະນຸບານແມ່ນລ້ຽງປະມານ 1 ເດືອນຈາກນັ້ນຈື່ງນຳໄປລ້ຽງໃນກະຊັງ ຫຼື ໜອງດິນ. ການປ່ອຍປາໃນໜອງອະນຸບານໃນໄລຍະທຳອິດ 1,000 ໂຕຕໍ່ຕາແມັດ ແລະ ຄ່ອຍຫຼຸດລົງ 500-200 ໂຕຕໍ່ຕາແມັດ ໂດຍເກືອດ້ວຍໄຮແດງ, ໄຮແດງ ແລະ ໃຫ້ອາຫານສຳເລັດຮູບທີ່ມີໂປຣຕິນ 45% ໃຫ້ 4 ຄັ້ງໃນຕັດຕາມຈາກ 35% ຂອງນ້ຳໜັກປາຕໍ່ວັນ ແລ້ວຈື່ງຄ່ອຍຫຼຸດລົງ 2-3% ຂອງນ້ຳໜັກປາຕໍ່ວັນ.

Contribute