ການລ້ຽງປາດຸກໃຊ້ເວລາ 4-6 ເດືອນ ຖ້າລ້ຽງດ້ວຍຄວາມເອົາໃຈໃສ່ ເກືອດ້ວຍອາຫານທີ່ມີຄຸນນະພາບດີ ແລະ ພຽງພໍ ປາຈະມີນ້ຳໜັກເຖິງ 200 ຫາ 350 ກຣາມ. ລ້ຽງອາຫານທີ່ມີໂປຣຕີນ 30% ໂດຍໃຫ້ອາຫານທີ່ມີຄຸນຄ່າສູງເຊັ່ນ: ອາຫານເມັດ ຫຼື ປາບົດປະສົມຮຳເຂົ້າປຽນ ຫຼື ສີ່ງເສດເຫຼືອຈາກເຮືອນຄົນ. ການໃຫ້ອາຫານສີ່ງສຳຄັນຕ້ອງໃຫ້ປາໄດ້ກີນພຽງພໍບໍ່ດັ່ງນັ້ນປາຈະກີນກັນເອງ. ລ້ຽງດ້ວຍອາຫານສຳເລັດຮູບ ແລະ ໃຫ້ອາຫານເສີມປະເພດເສດຊີ້ນປາ, ຫອຍປູ, ຂີ້ກະເດືອນ, ເຄື່ອງໃນສັດປະເພດຕ່າງໆ. ປາດຸກອຸຍສາມາດກິນອາຫານໄດ້ທັງປະເພດຊີ້ນ ແລະ ພືດແຕ່ຕ້ອງການທາດຊີນ ຫຼື ອາຫານປະເພດຄາວຫຼາຍກວ່າ, ການໃຫ້ອາຫານຈື່ງມີຄວາມຈຳເປັນທີ່ຈະຕ້ອງນຳມາປະສົມກັນກ່ອນເພື່ອຝືກແອບໃຫ້ປາກີນພືດ. ການລ້ຽງປາດຸກອຸຍທີ່ມີຂະໜາດໃກ້ຄຽງກັນຮ່ວມກັບປາດຸກອຸຍໃນໜອງກະຊັງ ຫຼື ອ່າງກໍ່ເປັນອິກວິທີການໜື່ງທີ່ຈະຝິກແອບປາໃຫ້ກິນຫົວອາຫານ ແລະ ອາຫານປະເພດອື່ນໆ ສີ່ງສຳຄັນແມ່ນພະຍາຍາມຫຼີກລ້ຽງການລົບກວນປາຈົນເກີນໄປ, ໜັ່ນຄັດຂະໜາດຢູ່ເລື້ອຍໆ ແລະ ໃຫ້ອາຫານປົກກະຕິບໍ່ໃຫ້ຂາດ. ການລ້ຽງປາດຸກອຸຍຄວນສ້າງຕາໜ່າງໄວ້ເພື່ອປ້ອງກັນການບືນອອກໜອງໂດຍສະເພາະຍາກຝົນຕົກດ້ວການອອກໄປຊອກຫາອາຫານ, ປະສົມພັນ ແລະ ແຫຼ່ງທີ່ຢູ່ໃໝ່ທີ່ດີກວ່າ.

ການທົດລອງລ້ຽງປາດຸກອຸຍດ້ວຍການປ່ຽນນິໄສຂອງປາຈາກຊາວກະສິກອນຜູ້ທີ່ມີປະສົບການຄືການລ້ຽງປົນກັບປາດຸກພັນ ຫຼື ປາຊະນິດອື່ນໆ ທີ່ມີຮູບຮ່າງຄ້າຍຄືກັນ ແລະ ທີ່ມີຂະໜາດເທົ່າກັນ, ປາດຸກອຸຍກໍ່ຈະຮຽນກີນອາຫານກັບປາດຸກພັນໃນເບື້ອງຕົ້ນຈາກນັ້ນປາຈະກິນອາຫານອື່ນໆໄປເລື້ອຍໆ. ຫຼັງຈາກນັ້ນຈື່ງຄ່ອຍປ່ຽນຫ້ອາຫານທີ່ມີທາດແປ້ງປະມານ 10% ແລະ ທາດຊີ້ນ (ເສດອາຫານ, ກຸ້ງ, ຫອຍ, ປວກ, ປູ, ແມງໄມ້ ແລະ ອື່ນໆ) 90%. ການຄັດຂະໜາດແຕ່ລະໄລຍະຈະຫຼຸດຜ່ອນການກີນກັນເອງ. ການນຳປາພື້ນເມືອງທີ່ມີຂະໜາດນ້ອຍມາກີນ, ການກີນທກຢ່າງນັບແຕ່ປາພໍ່ແມ່ພັນ ຫຼື ໄຂ່ປາ ແລະ ລູກປານ້ອຍເປັນຈຳນວນຫຼວງຫຼາຍ ໂດຍບໍ່ໄດ້ຄຳນືງເຖິງຜົນເສຍຫາຍທີ່ຈະເກີດຂື້ນ, ການນຳໃຊ້ຢາຂ້າແມງໄມ້ ແລະ ຢາຂ້າຫຍ້າ ຫຼື ປຸ໋ຍເກີນຂອບເຂດ ເຮັດໃຫ້ປາໃນບືງ, ໜອງ, ຫ້ວຍ ແລະ ແມ່ນ້ຳ ເປັນຕົ້ນເຫດເຮັດໃຫ້ປາຫຼຸດລົງໃນທຳມະຊາດ.

Contribute