ການປະສົມພັນແບບທຳມະຊາດ
ຕາມທຳມະຊາດປາດຸກອຸຍວາງໄຂ່ໃນທົ່ງນາເຂົ້າທີ່ມີນ້ຳຝົນ, ປາໂຕແມ່ຈະສ້າງຂຸມຂະໜາດ 30 ຊມ ແລະ ເລິກ 5-8 ຊມ, ປາວາງໄຂ່ແລ້ວປາຜູ້ຈະມາຮັກສາ, ໄຂ່ຈະຟັກເປັນໂຕວປະມານ 20 ຊົ່ວໂມງ, ໃນອຸນຫະພູມ 25-32 ອົງສາ, ສຳຫຼັບການປະສົມພັນແບບທຳມະຊາດນັ້ນຄວນຂຸດຂຸມລັກສະນະເປັນຜົ້ງໃຫ້ແກ່ປາໃນໜອງທີ່ມີຄວາມເລິກ 50 ຊມ ແລະ ມີເນື້ອທີ່ 200 ຕາແມັດ, ສຳຫຼັບພໍ່ແມ່ພັນ 1 ຄູ່ຈະຂຸດຂຸມໃຫ້ 1 ຂຸມ. ໃນການຂຸດຂຸມແມນຂຸດເຮັດຜົ້ງຂະໜາດ 3 ຊມ, ເລິກ 5-8 ຊມ, ປາຈະວາງໄຂ່ໃສ່ຜົ້ງນີ້ແລ້ວປາຜູ້ຈະຮັກສາໄຂ່ໂດຍການລອຍຂື້ນລົງໃນຜົ້ງ, ການເກັບລູກປາສາມາດເກັບໄດ້ພາຍຫຼັງ 10 ວັນ ຈາກນັ້ນຈະໄປອະນຸບານໂດຍແບ່ງລູກປາໃຫ້ເໝາະສົມຕາມອັດຕາຂອງເນື້ອທີ່ໜອງອະນຸບານ.

Contribute