ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

ປາຊະນິດນີ້ເຄີຍພົບເຫັນຢູ່ຫ້ວຍ, ໜອງ, ຄອງ, ບຶງ, ນາ ແລະ ແມ່ນ້ຳທຸກຂະໜາດ ລະຫວ່າງປະເທດໄທ ຈົນເຖິງປະເພດຟິລິບປີນ ລວມທັງແມ່ນ້ຳຂອງ ແລະ ສາຂາຂອງມັນຢູ່ປະເທດລາວ ມີນິໃສການຢູ, ການກີນ, ການອອກໄຂ່ ແລະ ການເຄື່ອນໄຫວ, ຄ້າຍຄືກັນກັບປາດຸກອິກຊະນິດນາ (Clarias batrachus) ແລະ ເຄີຍຖືກເຄື່ອງມືຫາປາເຊັ່ນດຽວກັນ ແຕ່ສ່ວນຫຼາຍພົບເຫັນຢູ່ນ້ຳຕື່ນກວ່າ ແລະ ມັກຢູ່ໜອງຫຼາຍກວ່າ ມີນ້ອຍຫຼາຍຢູ່ແມ່ນ້ຳສາຂາໃຫຍ່.

ປາດຸກອຸຍມັກຢູ່ບໍລິເວັນພື້ນທ້ອງນ້ຳ ແລະ ສາມາຢູ່ໄດ້ໃນເຂດເຊື່ອມຕໍ່ນ້ຳຈືດ ແລະ ນ້ຳເຄັມ. ພົບໃນເຂດຮ້ອນຊຸ່ມຂອງໂລກລະຫວ່າງ 34°N-4°N. ປາດຸກອຸຍເປັນປາພື້ນເມືອງພົບຢູ່ເຂດອາຊີຕາເວັນສ່ຽງໃຕ້ເຊັ່ນ: ໄທ, ຫວຽດນາມ, ຟິລິບປີນ, ຈີນ, ມາເລເຊຍ... ປາຊະນິດນີ້ມັກອາໄສຢູ່ຕາມໜອງ, ບືງ, ຫ້ວຍ ຫຼື ທົ່ງນາເຂົ້າ, ມັນສາມາດເຄື່ອນຍ້າຍເມື່ອນ້ຳຫຼຸດລົງໃນນາເຂົ້າໄປຫາໜອງໃຫຍ່.

ປາຊະນິດນີ້ ແລະ ສະມາຊິກຮ່ວມສະກຸນຢູ່ຕາມທຳມະຊາດໄດ້ຖືກໄພຄຸກຄາມຈາກມະນຸດເນື່ອງຈາກການຂະຫຍາຍຕົວເມືອງ ໄດ້ມີການຖົ່ມໜອງບຶງ ແລະ ປ່ອຍນ້ຳເປື້ອນລົງແຫຼ່ງນ້ຳທຳມະຊາດເຮັດໃຫ້ຂາດແຫຼ່ງທີ່ຢູ່ອາໄສໃນທຳມະຊາດ. ປະຊາກອນຖືກຄຸກຄາມດ້ວຍການປະສົມພັນຂ້າມລະຫວ່າຕົວແມ່ຂອງປາດຸກອຸຍ ແລະ ປາດຸກພັນ (Clarias gariepinus) ລູກປະສົມຈາກສອງສາຍພັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານກຳມະພັນ, ເຮັດໃຫ້ລູກປະສົມຂະຫຍາຍຕົວໄວ ແລະ ຍາດແຍ້ງອາຫານ ຫຼື ແຫຼ່ງທີ່ຢູ່ອາໄສຂອງສາຍພັນພື້ນເມືອງ.

Contribute