ການເກັບກູ້ຂິງ
ການເກັບກູ້ຫົວຂິງສາມາດແບ່ງອອກເປັນ 2 ໄລຍະຄື:
1. ການເກັບກູ້ຫົວອ່ອນ: ຄວນເລີ່ມເກັບກູ້ເມື່ອຂິງອາຍຸໄດ້ 4-6 ເດືອນ, ເຊິ່ງໃນໄລຍະນີ້ແງ່ງຂິງຈະມີສ້ຽນນ້ອຍ, ເນື້ອອ່ອນ, ເໝາະສົມສໍາລັບຮັບປະທານສົດ ຫຼື ດອງ ແລະ ສາມາດແປຮູບແບບອື່ນໆ. ການເກັບກູ້ນິຍົມຖອນດ້ວຍມື ໂດຍເກັບກູ້ຫຼັງຝົນຢຸດຕົກແລ້ວ ຫຼື ຖ້າຝົນບໍ່ຕົກໃຫ້ຫົດນ້ໍາເພື່ອໃຫ້ງ່າຍຕໍ່ການເກັບກູ້. ການຖອນຫົວຂິງຄວນຖອນອອກທັ້ງຕົ້ນ ພ້ອມຂະເຍົ່າດິນອອກໃຫ້ໝົດຈາກແງ່ງຂິງ, ບໍ່ຄວນໃຊ້ເຄື່ອງມືໃດໆຂຸດ ເພາະຈະເຮັດໃຫ້ເກິດບາດແຜ ແລະ ເຮັດໃຫ້ລາຄາຕົກຕໍ່າ. 
2. ການເກັບກູ້ຫົວແກ່: ເລີ່ມເກັບກູ້ໄດ້ເມື່ອຂິງອາຍຸຕັ້ງແຕ່ 10 ເດືອນຂຶ້ນໄປ, ສັງເກດໄດ້ຈາກໃບ ແລະ ລໍາຕົ້ນເລີ່ມຫ່ຽວ, ໂດຍປົກກະຕິແລ້ວໃບຈະຫ່ຽວເມື່ອຂິງມີອາຍຸຢ່າງເຂົ້າເດືອນທີ່ 8 ໂດຍທົ່ວໄປຈະມີການເກັບກູ້. ຂິງຈະແກ່ດີເມື່ອເດືອນມັງກອນ ເຊິ່ງຊ່ວງໄລຍະເວລາດັ່ງກ່າວດິນຄ່ອນຂ້າງທີ່ຈະແຫ້ງ ແລະ ແຂງ ຈື່ງບໍ່ສະດວກຕໍ່ການເກັບກູ້, ຕ້ອງໄດ້ໃຊ້ອຸປະກອນຂຸດເຊັ່ນ: ຈອບ, ສຽມ ຈື່ງຕ້ອງຫົດນໍ້າທົ່ວໜານເພື່ອໃຫ້ດິນອ່ອນຕົວ, ຂຸດງ່າຍ ແລ້ວຈື່ງໃຊ້ມືດຶງຂຶ້ນມາ ແລ້ວຂະເຍົ່າດິນອອກຖີ້ມ, ຈາກນັ້ນນໍ້າໄປລ້າງ, ຕັດຮາກ ແລະ ໃບຫ່ຽວອອກ.

https://photo-ac.com/th/photo/388263/%E0%B8%82%E0%B8%B4%E0%B8%87%E0%B8%9C%E0%B8%87
ຫົວຂິງພ້ອມທີ່ຈະເກັບກູ້

 

Contribute