ການຄັດເລືຶອກແນວພັນ
ເຫງົ້າພັນຂິງ ຫຼື ແງ່ງຂິງທີ່ຈະນຳມາຂະຫຍາຍພັນ ຄວນຄັດເລືອກທ່ອນພັນທີ່ມີລັກສະນະດັ່ງນີ້:
1. ປັດສະຈາກພະຍາດ ແລະ ແມງໄມ້
2. ເປັນຂິງແກ່ອາຍຸ 10-20 ເດືອນ
3. ຂໍ້ຖີ່, ແງ່ງໃຫຍ່
4. ຕາຕື່ງດີ
5. ເນື້ອຂິງບໍ່ບູບຊໍ້າ ຫຼື ຜິວເຫຼື້ອມມັນ

ການກະກຽມແນວພັນ
1. ຕ້ອງອານະໄມ ແລະ ລ້າງໃຫ້ສະອາດ ສໍາຫຼັບມິດທີ່ຈະໃຊ້ຕັດເຫງົ້າຂິງ, ໂດຍເມື່ອຈະຕັດຂິງແງ່ງໜື່ງແລ້ວຕ້ອງລ້າງມິດໃຫ້ສະອາດກ່ອນໄປຕັດແງ່ງອື່ນ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດ.
2. ເອົາແງ່ງຂິງທີ່ຕັດເປັນທ່ອນໆ, ໃນແຕ່ລະທ່ອນມີ 1-3 ຕາ ເຊິ່ງຈະໃຊ້ພັນຂິງປະມານ 300 ກິໂລ/ໄລ່, ຫາກຕັດໃຫ້ທ່ອນພັນຂະໜາດໃຫຍ່ ຫຼື ມີຕາຫຼາຍກວ່າ 3 ຕາ ຈະເປັນການເພີ່ມຕົ້ນທຶນການຜະລິດ ເພາະປະລິມານແນວພັນຈະເພີ່ມຂຶ້ນ.

Contribute