ການບົວລະບັດຮັກສາ
ຖ້າກຽມດິນດີ ແລະ ມີສີ່ງປົກຄຸມ ເຊັ່ນ: ຫຍ້າແຫ້ງ, ເຟືອງແຫ້ງ ຈະຊ່ວຍປ້ອງກັນຫຍ້າຂຶ້ນ, ຮັກສາຄວາມຊຸ່ມຊື່ນ ແລະ ປ້ອງກັນບໍ່ໃຫ້ມີການສະລ້າງເມື່ອເວລາຝົນຕົກ. ຄວນກວດກາເປັນປະຈຳເມື່ອເຫັນວ່າມີນ້ຳຂັງຄວນລະບາຍອອກທັນທີ ເພາະຈະເຮັດໃຫ້ຫົວເນົ່າໄດ້. ເຊິ່ງສັງເກດເຫັນວ່າໃບເຫຼືອງ ແລະ ຫ່ຽວແຫ້ງ, ເມື່ອດືງຂຶ້ນມາຈະເຫັນໃບຫຼຸດອອກຈາກຫົວ, ພາຍໃນຫົວຈະເນົ່າ ແລະ ມີກີ່ນເໜັນ. ໃຫ້ຂຸດເອົາຫົວນັ້ນຖືກອາດຈະເຮັດໃຫ້ເກີດພະຍາດໄດ້.

ການພວນດີນ
ເປັນສີ່ງທີ່ຈຳເປັນສຳຫຼັບການປູກຂິງ ເພື່ອເປັນການເຮັດໃຫ້ຂິງແຕກໜໍ່ດີ, ແງ່ງຂີງຈະມີຄວາມສົມບູນຍິ່ງຂຶ້ນ ແລະ ພ້ອມທັງເປັນການກຳຈັດຫຍ້າອິກດ້ວຍ. ຄວນເຮັດປະມານ 2 ຄັ້ງ, ຄັ້ງທຳອິດເມື່ອຂິງອາຍຸໄດ້ສອງເດືອນ, ໂດຍການໃຊ້ຈອບໂກຍດິນສັນຮ່ອງມາປົກຕົ້ນຂິງ ແລະ ພວນອິກຄັ້ງທີ່ສອງເມື່ອຂິງອາຍຸໄດ້ 3 ເດືອນ.

https://decor.mthai.com/garden/53731.html
ປົກຄຸມດ້ວຍເສດຫຍ້າ ແລະ ເຟືອງແຫ້ງ

 

Contribute