ການເລຶອກສາຍພັນຂິງ
ຂິງທີ່ປູກໃນລາວຈຳແນກໄດ້ຕາມລັກສະນະເປັນ 2 ສາຍພັນຄື:
1. ຂິງໃຫຍ່ ຫຼື ຂິງຫຍວກ ເປັນຂິງທີ່ມີແງ່ງໃຫຍ່ ຂໍ້ຫ່າງ, ເນື້ອລະອຽດ, ບໍ່ມີສ້ຽນ ຫຼື ມີນ້ອຍຫຼາຍ, ລົດເຜັດເລັກນ້ອຍ, ເປືອກຫຸ້ມຂູດອອກຈະໃສ ຫຼື ມີສີເຫຼືອງຈາງໆ. ລັກສະນະຂອງຕາທີ່ປະກົດເທີງແງ່ງຈະກົມມົນ. ລຳຕົ້ນສູງ, ປາຍໃບມົນ. ນິຍົມປູກເປັນຂິງອ່ອນເພື່ອສົ່ງໂຮງງານແປຮູບຂິງດອງ. ຂິງແຊ່ອິ່ມ ແລະ ບໍລິໂພກ.

2. ຂິງແດງ ຫຼື ຂິງໜ້ອຍ ເປັນຂິງທີ່ມີແງ່ງນ້ອຍສັ້ນ, ຂໍ້ຖີ່, ເນື້ອມີສ້ຽນ, ປາຍໃບແຫຼມ, ລົດຄ່ອນຂ້າງເຜັດ. ລັກສະນະຂອງຕາທີ່ປະກົດໃນແງ່ງຄ່ອນຂ້າງນ້ອຍ, ບຽດຊິດກັນ, ນິຍົມປູກຂາຍກັນເປັນຂິງແຫ້ງ ເພາະໄດ້ນ້ຳໜັກດີ. ໃຊ້ເປັນສະໝູນໄພປະກອບຢາຮັກສາພະຍາດ ແລະ ສະກັດນ້ຳມັນ.

Google Images
ສາຍພັນຂິງແດງ ແລະ ຂິງໃຫຍ່

 

Contribute