ພະຍາດ, ແມງໄມ້ ແລະ ວິທີປ້ອງກັນ
1. ພະຍາດຫົວເນົ່າທີ່ເກີດຈາກເຊື້ອຈຸລີນຊີ.
ອາການ: ໃບຫໍ່ເຫຼືອງ, ຕົ້ນຫ່ຽວຕາຍ, ເມື່ອຂຸດແງ່ງຂຶ້ນມາຈະບົບວ່າມີເນື້ອພາຍໃນໃສຄືແກ້ວ ເມື່ອເລີ່ມສະແດງອາການ ຕໍ່ມາຈະເນົ່າ ແລະ ໝົດທັງແງ່ງ, ລະບາດເນົ່າຕາຍທັ້ງໝົດ, ເມື່ອຕັດແງ່ງຂິງຕາມແນວຂວາງມີນ້ຳສີຂາວຂຸ່ນທົ່ວພື້ນທີ່ໜ້າຕັດຂອງແງ່ງຂິງ ຂິງທີ່ມີອາການດັ່ງກ່າວເມື່ອເອົາໄປດອງຈະມີສີຄ້ຳ ແລະ ເປື່ອຍຜິດປົກກະຕິ ນອກນັ້ນຍັງມີກີ່ນເໜັນບູດ.
ສາເຫດ: ເກີດຈາກເຊື້ອຈຸລີນຊີ ເຊິ່ງອາດຕິດມາກັບທ່ອນພັນ ຫຼື ເກີດຈາກເຊື້ອຈຸລະຊິບຝັກຕົວຢູ່ໃນດິນທີ່ເຄີຍມີຂິງທີ່ເປັນພະຍາດມາກ່ອນ.
ການປ້ອງກັນ ແລະ ກຳຈັດ:
- ປັບປຸງດິນໃຫ້ອຸດົມສົມບູນໂດຍໃສ່ປູນຂາວ ຫຼື ປູນເປືອກຫອຍປະມານ 200-400 ກິໂລ/ໄລ່ ລວມກັບການໃຊ້ຝຸ່ນຄອກຢ່າງໜ້ອຍ 2 ໂຕນຕໍ່ໄລ່.
- ເລືອກຫົວພັນຂິງທີ່ແຂງແຮງປັດສະຈາກພະຍາດ.
- ກ່ອນປູກຄວນຄັດເລືອກໃຫ້ດີ, ປ້ອງກັນດ້ວຍຢາສະໜູນໄພກັນເຊື້ອຈຸລະຊິບ.
2. ພະຍາດຂິງເນົ່າທີ່ເກີດຈາກເຊື້ອຣາ
ອາການ: ໃບເຫຼືອງຫ່ຽວຕາຍ, ເມື່ອຂຸດຂຶ້ນມາແງ່ງຂິງຈະເນົ່າ ມີລັກສະນະເປັນສີນ້ຳຕານ ແລະ ບາງສ່ວນເນົ່າເລະ, ຕາມແງ່ງຂິງ ແລະ ໃນດິນມີເສັ້ນໃຍເຊື້ອຣາສີຂາວ, ຄ້າຍເສັ້ນດ້າຍ ແລະ ພົບມີເມັດຣາສີນ້ຳຕານປົນດຳຢູ່.
ສາເຫດ: ເກີດຈາກເຊື້ອຣາ ເຊິ່ງມີການລະບາດໃນສະພາບດິນທີ່ເປັນອາຊິດ ຫຼື ມີການໃຊ້ຝຸ່ນເຄມີຫຼາຍເກີນໄປ ແລະ ໃນສະພາບດິນທີ່ມີນ້ຳຂັງ.
ການປ້ອງກັນ ແລະ ກຳຈັດ: 
- ປັບປຸງສະພາບດິນປູກໃຫ້ມີຄວາມອຸດົມສົມບູນ ດ້ວຍການໃຊ້ຝຸ່ນຄອກ ແລະ ປູນຂາວ
- ເຮັດທາງລະບາຍນໍ້າໃນສວນປູກ ເພື່ອປ້ອງກັນບໍ່ໃຫ້ນໍ້າຂັງ
- ແຊ່ຫົວຂິງດ້ວຍຢາສະໜູນໄພກ່ອນນໍ້າເອົາໄປປູກ.
3. ພະຍາດໃບເນົ່າ
ອາການ: ໃບ ແລະ ລຳຕົ້ນຈະມີຈຸດຊໍ້ານ້ຳສີເຫຼືອງ, ແຜ່ຂະຫຍາຍໃຫຍ່ຂຶ້ນເປັນວົງກົມຮິ, ຂະໜາດ 0.1-0.5 ມີນລີແມັດ. ເນື້ອເຍື້ອກາງແຜແຫ້ງເປັນສີຂາວນວນ ຫຼື ສີນ້ຳຕານອ່ອນມີຈຸດສີດຳນ້ອຍໆ. ຢູ່ໃນເນື້ອເຍື້ອທີ່ສາມາດເບີ່ງເຫັນໄດ້ດ້ວຍຕາເປົ່າໄດ້. ບາງແຜເນື້ອເຍື້ອຍຫຼຸດຫາຍໄປເຮັດໃຫ້ເກີດຮອຍປູດກະຈາຍທົ່ວໄປໃນທີ່ສຸດຂິງຈະສະແດງອາການໃນເຫຼືອງ, ຂອບໃບແຫ້ງ ຈະເບີ່ງເຫັນໄດ້ໄລຍະໄກລະຫວ່າງການຮັກສາ.
ສາເຫດ: ເກີດຈາກເຊື້ອຣາ ລະບາດຮຸນແຮງໃນຊ່ວງລະດູຝົນ, ຖ້າປ່ອຍໃຫ້ພະຍາດລະບາດຫຼາຍຂຶ້ນ ຂິງຈະເນົ່າ ແລະ ຜົນຜະລິດຕ່ຳ.
ການປ້ອງກັນ ແລະ ກຳຈັດ: ເມື່ອຂິງເລີ່ມຈະເລີນເຕິບໂຕ ແລະ ພົບອາການຂອງພະຍາດຈາກເຊື້ອນີ້ຄວນຫາວິທີກຳຈັດ ເຊື້ອຣາ ໂດຍສະເພາະສະໜູນໄພທີ່ທີ່ສາມາດກຳຈັດເຊື້ອຣາໄດ້.

http://www.pmc08.doae.go.th/activity_06_54.htm
ພະຍາດຫົວເນົ່າທີ່ເກີດຈາກເຊື້ອຣາ ແລະ ນ້ຳຂັງ. 

 

Contribute