ແກງໄກ່ໃສ່ຂີງ

Andy Souvanhphukdee
ແກງໄກ່ໃສ່ຂີງ ຮັບປະທານຄູ່ກັບອາຫານຂອງຊາວອາຄາ ເຊັ່ນ ລູກຊີ້ນອາຄາ, ຊຸບໝາກຖົ່ວຍາວ ແລະ ແຈ່ວຜັກຫອມຫອມແປ້ນເປັນຕົ້ນ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ຊີ້ນໄກ່ ½ ໂຕ
•  ນ້ຳ ຫຼື ນ້ຳແກງ 4 ຈອກກາເຟ
•  ຫົວສີໄຂ 1 ຫົວ ທຸບ ແລະ ຕັດຍາວ 10 ຊມ
•  ເກືອ ½-1 ບ່ວງຊາ
•  ຂີງ 1 ຫົວ ຊອຍບາງໆ
•  ກະທຽມ 2 ກີບ
•  ຫອມບົວໃບ 2 ບ່ວງແກງ
•  ຜັກແພວ ຊອຍ 2 ບ່ວງແກງ ຫຼື ຫອມປ້ອມ

ວິທີປຸງແຕ່ງ
1.  ຕົ້ມນ້ຳ ໃສ່ເກືອ ແລະ ຫົວສີໄຄ ຕາມດ້ວຍຂີງ, ໝາກເຜັດ ແລະ ຫົວສິໄຄ ຊອຍ. ຂະນະທີ່ກຳລັງຕົ້ມນ້ຳ ໃຫ້ເອົາໜັງອອກຈາກຊີ້ນໄກ່
2.  ໃສ່ຊີ້ນໄກ່, ຕົ້ມໄວ້ 15 ນາທີ ຈົນສຸກ. ເພີ່ມເກືອ ຫຼື ເຄື່ອງປຸງອື່ນໆຕາມຕ້ອງການ 
3.  ປິດໄຟໝໍ້, ໃສ່ຫອມບົ່ວໃບ ແລະ ຜັກແພວຊອຍ. ຕັກໃສ່ຖ້ວຍພ້ອມຮັບປະທານ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ 
Angel Wong's Kitchen

ການປະກອບສ່ວນ