ເຕັກນິກການປູກກະຣົດ

Sakhone INTHAVONG
ກາຣົດ ພືດລະດູໜາວ
ແນະນຳວິທີເຮັດ
ເຕັກນິກການປູກກາຣົດ
phakhaolao.la

ກາຣົດແມ່ນພືດທີ່ປູກເພື່ອນຳເອົາສ່ວນຫົວມາບໍລິໂພກ, ເຊິ່ງມີຂະໜາດໃຫຍ່ນ້ອຍແຕກຕ່າງກັນໄປ ແລະ ຍັງມີຫຼາກຫຼາຍສີເຊັ່ນ: ສີເຫຼືອງ, ສີສົ້ມ, ແຕ່ນິຍົມກັນປູກສ່ວນຫຼາຍແມ່ນສີສົ້ມ ທີ່ສຳຄັນກາຣົດຖືກຈັດເປັນອາຫານເພື່ອສຸຂະພາບ.

https://www.google.com/search?q=carrot+&tbm=isch&ved=2ahUKEwiByIOHgIbtAhUUJqYKHTOPDcEQ2-cCegQIABAA&oq=carrot+&gs_lcp=CgNpbWcQAzIECCMQJzICCAAyAggAMgIIADICCAAyAggAMgIIADICCAAyAggAMgIIADoGCAAQChAYUPu2A1jT7QNgofMDaABwAHgAgAFoiAHoA5IBAzQuMZgBAKABAaoBC2d3cy13aXotaW1nwAEB&sclient=img&ei=neGxX8GFLJTMmAWznraIDA&bih=754&biw=1536#imgrc=KxKIK1DbZQmX6M

ສະພາບແວດລ້ອມທີ່ເໝາະສົມ

  • ກາຣົດຈະເລີນເຕີບໂຕໄດ້ດີໃນເຂດທີ່ມີອາກາດໜາວ.
  • ສຳລັບອຸນຫະພູມທີ່ເໝາະຕໍ່ການຈະເລີນເຕີບໂຕແມ່ນ 18-21 ອົງສາ.
  • ເປັນພືດທີ່ຕ້ອງການແສງຫຼາຍໂດຍສະເລ່ຍປະມານ 9-14 ຊົ່ວໂມງ/ວັນ.
  • ຈະເລີນເຕີບໂຕໄດ້ດີໃນດິນລວນ, ດິນມີອິນຊີວັດຖຸສູງ ແລະ ລະບາຍນ້ຳໄດ້ດີ.
  • ມີຄວາມເປັນກົດດ່າງຂອງດິນ (pH) 6,5-75 ການປູກໃນດິນໜຽວ ຫຼື ໂຄງສ້າງດິນທີ່ແຂງຈະເຮັດໃຫ້ຫົວກາຣົດແຕກ, ມີຮູບຊົງຜິດປົກກະຕິ ຫາກແປງປູກມີຄວາມຊຸ່ມສູງຈະເຮັດໃຫ້ຫົວກາຣົດມີບາດແຜສີດຳ.

ການກະກຽມດິນ

ການກະກຽມດິນແມ່ນຕ້ອງໄດ້ຂຸດດິນຕາກແດດໄວ້ ຫຼັງຈາກນັ້ນຈຶ່ງຫວ່ານປູນຂາວໃສ່ໃນອັດຕາ 80-100 ກຣາມ/ຕາແມັດ ແລ້ວຕາກປະໄວ້ປະມານ 14 ວັນ ພ້ອມທັງກຳຈັດວັດສະພືດອອກໄປ.

ການປູກ ແລະ ບົວລະບັດຮັກສາ

  • ກ່ອນປູກຄວນໃສ່ປຸ໋ຍສູດ 12-24-12 ອັດຕາ 20-30 ກຣາມ/ຕາແມັດ ໃນດິນແລ້ວຈຶ່ງປັບໜ້າດິນໃຫ້ພຽງດີ.
  • ແບ່ງເປັນຮ່ອງເລິກ 1 ຊມ, ສ່ວນໄລຍະຫ່າງລະຫວ່າງແປງຫ່າງກັນ 15 ຊມ
  • ຢອດເມັດລົງໃນໄລຍະຫ່າງ 1 ຊມ, ຫຼັງຈາກນັ້ນຈຶ່ງຖົ່ມເມັດ ແລະ ຫົດນ້ຳໃຫ້ຊຸ່ມ
  • ການຖອນແຍກ

      ຄັ້ງທີ1: ຫຼັງຢອດເມັດ 15-20 ວັນ (ມີໃບຈິງ 3-5 ໃບ) ຈົ່ງໄລຍະປູກ 3 ຊມ.

      ຄັ້ງທີ2: ຫຼັງຢອດເມັດ 30-35 ວັນ (ມີໃບຈິງ 8-9 ໃບ) ຈົ່ງໄລຍະປູກ 5-8 ຊມ. 

ຂໍ້ຄວນລະວັງ:

  • ລະວັງມົດມາຄາບໄປ ຫຼື ແມງໄມ້ມາກັດກິນເມັດ
  • ສຳລັບການຢອດເມັດຢ່າໃຫ້ເມັດຕິດກັນ ໄລຍະຫ່າງປະມານ 1 ຊມ.
  • ຄວນໃຫ້ນ້ຳສະຫມໍ່າສະເຫມີແຕ່ຢ່າໃຫ້ຊຸ່ມເກີນໄປ.

ການໃຫ້ນ້ຳ:

ຫຼັງການປູກຄວນຫົດນ້ຳໃຫ້ຊຸ່ມ ແລະ ໃຫ້ນໍ້າທຸກວັນຢ່າງສະໝໍ່າສະເຫມີ ແຕ່ຢ່າໃຫ້ນ້ຳຂັງເພາະຈະເຮັດໃຫ້ຫົວກາຣົດເນົ່າເປື່ອຍ.

ການໃສ່ຝຸ່ນ:

  • ຫຼັງຖອນແຍກຄັ້ງທີ 1 ໃສ່ຝຸ່ນສູດ 15-15-15 ອັດຕາ 30-50 ກຣາມ/ຕາແມັດ ພ້ອມກໍາຈັດວັດສະພືດ.
  • ຫຼັງການໃສ່ຝຸ່ນຄັ້ງທໍາອິດ 15-20 ວັນ ໃສ່ຝຸ່ນຄັ້ງທີ 2 ໃຊ້ສູດ 13-13-21 ອັດຕາ 30-50 ກຣາມ/ຕາແມັດ. ໂດຍການໂຮຍໃສ່ຮ່ອງທີ່ເລິກ 2-3 ຊມ ລະຫວ່າງແຖວປູກ.

ການເກັບກ່ຽວ:

  • ການເກັບກ່ຽວແມ່ນເມື່ອອາຍຸໄດ້ 100-120 ວັນ
  • ເກັບກ່່ຽວໂດຍການຂຸດເມື່ອມີອາຍຸ ແລະ ຂະຫນາດເຫມາະສົມ.
  • ລ້າງໃຫ້ສະອາດແລ້ວຈຶ່ງນຳມາປະໄວ້ໃຫ້ສະເດັດນໍ້າ ແລະ ລະວັງຢ່າໃຫ້ຜີວກາຣົດເປັນຮອຍລອກ.

ຄຸນຄ່າທາງອາຫານຂອງກາຣົດ

ຫົວກາຣົດອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ມີປະໂຫຍດເຊັ່ນ: ເບຕ້າແຄໂລທີນ, ວິຕາມິນເອ, ວິຕາມິນບີ1, ວິຕາມິນບີ2, ວິຕາມິນຊີ, ວິຕາມິນ ອີ, ທາດແຄຣຊຽມ, ທາດໂພແທດຊຽມ ແລະ ທາດເຫຼັກນອກຈາກນັ້ນຍັງນໍາມາໃຊ້ປະກອບອາຫານໄດ້ຫຼາກຫຼາຍເມນູບໍ່ວ່າຈະເປັນອາຫານຄາວ, ອາຫານຫວານເຊັ່ນ: ເຮັດຂົ້ວ, ທອດ, ແກງ ແລະ ຍຳ ກໍ່ມີກາລົດເປັນສ່ວນປະກອບທັ້ງນັ້ນ ແລະ ຍັງມີເຄື່ອງດື່ມເພື່ອສຸຂະພາບເຊັ່ນ ນໍ້າກາລົດປັ່ນ. ນອກຈາກນີ້ຍັງມີສັບພະຄຸນເປັນຢາຮັກສາພະຍາດໄດ້ຫຼາກຫຼາຍເຊັ່ນກັນ.

ຄຸນປະໂຫຍດຂອງຣົດ:

  •  ເພີ່ມປະສິດຕິພາບໃຫ້ກັບລະບົບໄຫຼວຽນຂອງເລືອດ
  •  ຊ່ວຍປ້ອງກັນໂລກມະເຣັງ
  •  ເສີມສ້າງການຈະເລີນເຕີບໂຕຂອງຮ່າງກາຍ
  • ສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ
  • ບໍາລຸງສາຍຕາ
  • ຮັກສາລະດັບນ້ຳຕານໃນເສັ້ນເລືອດ
  • ຊ່ວຍເສີມຄວາມແຂງແຮງຂອງແຂ້ວ
  • ປັບປຸງລະບົບຍ່ອຍອາຫານ
  • ບໍາລຸງຜິວໃຫ້ໃສ

ຄຸນຄ່າທາງໂພສະນາການຂອງ ກາຣົດ (100 ກຣາມ ) ມີດັ່ງນີ້

  • ພະລັງງານ 41 ກິໂລແຄຣລີ
  • ຄາໂບໄຮເດດ 9,6 ກຣາມ
  • ນ້ຳຕານ 4.7 ກຣາມ.
  • ເສັ້ນໄຍ 2.8 ກຣາມ.
  • ໄຂມັນ 0.24 ກຣາມ,
  • ໂປຣຕີນ 0.39 ກຣາມ.
  • ວິຕາມິນບີ 1  0,066 ມິນລິກຣາມ 5%
  • ວິຕາມິນບີ 2  0,058 ມິນລິກຣາມ 5%
  • ວິຕາມິນຊີ 5,9 ມິນລິກຣາມ 7%
  • ທາດເຄຣຊຽມ 33 ມິນລິກຣາມ 3%
  • ທາດເຫຼັກ 0.9 ມິນລິກຣາມ 2%
  • ທາດຟົສຟໍຣັສ 95 ມິນລິກຣາມ 5%

 

https://www.google.com/search?q=carrot+&tbm=isch&ved=2ahUKEwiByIOHgIbtAhUUJqYKHTOPDcEQ2-cCegQIABAA&oq=carrot+&gs_lcp=CgNpbWcQAzIECCMQJzICCAAyAggAMgIIADICCAAyAggAMgIIADICCAAyAggAMgIIADoGCAAQChAYUPu2A1jT7QNgofMDaABwAHgAgAFoiAHoA5IBAzQuMZgBAKABAaoBC2d3cy13aXotaW1nwAEB&sclient=img&ei=neGxX8GFLJTMmAWznraIDA&bih=754&biw=1536#imgrc=KxKIK1DbZQmX6M

 

ທີ່ມາ: ປື້ມຄູ່ມືການປູກພືດຜັກສວນຄົວ

 

ການປະກອບສ່ວນ