ເຂົ້າໂຂບ

Andy Souvanhphukdee
ເຂົ້າໂຂບ ຂອງຝາກຈາກທ່າແຂກ ແຂວງຄຳມ່ວນ ປຸງແຕ່ງດວ້ຍເຂົ້າໜຽວໜຶ້ງສຸກ ທອດກອບໂຮຍໜ້າດ້ວຍນ້ຳອ້ອຍ ຫຼື ນ້ຳເຜິ້ງ
ເຮືອນຄົວລາວ
https://www.chuenlamoon.com/%E0%B9%81%E0%B8%88%E0%B8%81%E0%B8%AA%E0%B8%B9%E0%B8%95%E0%B8%A3-%E0%B8%82%E0%B8%99%E0%B8%A1%E0%B8%99%E0%B8%B2%E0%B8%87%E0%B9%80%E0%B8%A5%E0%B9%87%E0%B8%94%E0%B8%AB%E0%B8%A3%E0%B8%B7%E0%B8%AD%E0%B8%82/20121001-khanom-nang-led-drizzled/
chuenlamoon.com

ສວ່ນປະສົມ
  •  ເຂົ້າໜຽວໜຶ້ງສຸກ
  •  ນ້ຳຕານ
  •  ນ້ຳ 4 ບ່ວງແກງ
  •  ນ້ຳມັນພືດ (ສຳລັບຈືນ)
  •  ນ້ຳອ້ອຍ ຫຼື (ນ້ຳເຜິ້ງ)

ວິທີເຮັດ
   1. ອຸ່ນເຂົ້າໜຽວໃຫ້ຮ້ອນກຽມໄວ້
   2. ຕັກເຂົ້າໜຽວລົງໃສ່ພິມທີ່ເປັນວົງມົນ ກົດລົງໃຫ້ເປັນແຜ່ນບາງໆ (ຢ່າກົດແໜ້ນເກີນໄປ ເພາະເວລາຈີນມັນຈະແຂງ) ແລ້ວແກະອອກຈາກພິມ ເອົາໄປຕາກແດດຈົນແຫ້ງ
   3. ໃສ່ນໍ້າມັນລົງໃນໝໍ້ ຄ້່າງໃສ່ເຕົາໃຊ້ໄຟປານກາງຂ້ອນຂ້າງຮ້ອນ ເອົາເຂົ້າໜຽວທີ່ຕາກແລ້ວລົງໄປຈືນຈົນໂພງເຕັມທີ່ແລ້ວຕັກຂຶ້ນໃຫ້ສະເດັດນໍ້າມັນ
   4. ໃສ່ນໍ້າອ້ອຍ ແລະ ນໍ້າຕານລົງໃນໝໍ້ ເອົາໃສ່ເຕົາໃຊ້ໄຟອ່ອນ ຕົ້ມຈົນນໍ້າຕານເປື່ອຍ ຄ່ອຍໆຕັກຢອດໃຫ້ເປັນເສັ້ນໂຮຍໃສ່ເຂົ້າທີ່ຈືນແລ້ວ ປະໄວ້ຈົນນໍ້າຕານແຂງ ຮັບປະທານໄດ້
ຂໍ້ມູນຈາກ SNV Netherlands Development Organisation

ວີດີໂອຈາກ Flavours Of Asia

ການປະກອບສ່ວນ