ນໍ້າໝາກເຂົ້າ

Andy Souvanphakdy
ໝາກເຂົ້າໝາກໄມ້ໂພຊະນາການ ນຳມາປະກອບອາຫານໄດ້ຫຼາຍຢ່າງ
ເຮືອນຄົວລາວ
phakhaolao.la

ຄຸນປະໂຫຍດທາງໂພສະນາການ ແລະ ຢາປົວພະຍາດຂອງໝາກເຂົ້າ

  • ໝາກເຂົ້າມີວິຕາມິນຊີສູງ 40 ເທົ່າ ຂອງໝາກກ້ຽງ
  • ມີເບຕາແຄໂລທີນ 10 ເທົ່າຂອງໝາກກາລົດ
  • ມີສານໄລໂຄປີນ 12 ເທົ່າຂອງໝາກເລັ່ນ
  • ບຳລຸງສາຍຕາ
  • ປ້ອງກັນໂລກມືນຊາ
  • ບຳລຸງເຊວຂອງຜິວໜັງ ຕ້ານອະນຸມູນອິດສະຫຼະ ຊະລໍຄວາມແກ່
  • ລົດຄວາມສ່ຽງ ຂອງການເກີດໂລກຫຼອດເລືອດຫົວໃຈ
  • ຊ່ວຍຕ້ານມະເລັງ ເຊັ່ນ: ມະເລັງຕ່ອມລູກໝາກ, ມະເຮັງປອດ, ມະເຮັງຕັບ, ມະເລັງກະເພາະອາຫານ
phakhaolao.la

 

ນໍ້າໝາກເຂົ້າຄືໜຶ່ງໃນເມນູຍອດນິຍົມ ສຳລັບຄົນຮັກສຸຂະພາບ ເພາະມີຂັ້ນຕອນການເຮັດທີ່ບໍຫຍຸ້ງຍາກ ແລະ ດື່ມງ່າຍ

ສ່ວນປະສົມ

  • ນ້ຳຕານ 4-5ບ່ວງຊາ ຫຼື ນ້ຳເຜິ້ງ 4-5 ບ່ວງຊາ
  • ເກືອ ½ບ່ວງຊາ
  • ນ້ຳ 4-5 ຈອກ
  • ໝາກນາວ 1 ໜ່ວຍ
  • ໝາກເຂົ້າ 1 ໜ່ວຍ

ວິທີເຮັດນ້ຳໝາກເຂົ້າ

1. ປາດໝາກເຂົ້າ

phakhaolao.la

 

2. ໃຊ້ບ່ວງແກະເອົາແກ່ນອອກ ແລ້ວນຳແກ່ນມາຄັ້ນ ເພື່ອຕອງເອົານ້ຳ (ເຕີມນ້ຳໃສ່ ຂະນະຄັ້ນ)

phakhaolao.la

 

3. ນຳບ່ວງມາແກະເອົາເນື້ອໝາກເຂົ້າ

phakhaolao.la

 

4. ໃສ່ເນື້ອ ແລະ ນ້ຳທີ່ໄດ້ຈາກການຄັ້ນແກ່ນ ໃສ່ລົງໃນເຄື່ອງປັ່ນ (ສາມາດເຕີມນ້ຳໃສ່ ຂະນະປັ່ນຖ້າເນື້ອຂຸ້ນເກີນໄປ) ໃຊ້ເວລາປັ່ນຢູ່ປະມານ 2-3 ນາທີ ຫຼື ຈົນກວ່າເນື້ອໝາກເຂົ້າຈະມຸ່ນລະອຽດ

5. ຫຼັງຈາກປັ່ນຈົນເນື້ອນຽນລະອຽດແລ້ວ ໃຫ້ນຳມາຕົ້ມ ປະມານ 10-15 ນາທີ ຫຼື ຈົນກວ່ານ້ຳຈະຟົດເດືອດ

6. ໃສ່ເກືອ ແລະ ນ້ຳຕານລົງໄປ ຄົນໃຫ້ເຂົ້າກັນ

7. ປະໄວ້ໃຫ້ເຢັນແລ້ວນຳມາຕອງ ຖ້າຕ້ອງການ

ເຄັດລັບການດື່ມເພີ່ມຄວາມສົດຊື່ນ ຕ້ອງດື່ມກັບນ້ຳແຂງເຢັນໆ ເພີ່ມລົດຊາດດ້ວຍໝາກນາວ

phakhaolao.la


 

ການປະກອບສ່ວນ