ຂົ້ວເຫັດບີ້ໃສ່ໄຂ່

Andy Souvanhphukdee
ເຫັດບີ້ ໜຶ່ງໃນອາຫານອັນເລີດລົດຈາກລະດູຝົນ
ເຮືອນຄົວລາວ
https://www.bloggang.com/viewdiary.php?id=plaipanpim&month=10-2012&date=08&group=1&gblog=335
BlogGang.com

ສ່ວນປະສົມ
•  ເຫັດບີ້ແຫ້ງ 2-3 ຈອກກາເຟ (ແຊ່ນ້ຳໃສ່ເກືອ ½ ບ່ວງຊາ 10 ນາທີ)
•  ເກືອ ½ ບ່ວງຊາ
•  ກະທຽມ 4 ຫົວໃຫ່ຍ
•  ຫົວຜັກບົ່ວແດງ 4 ຫົວນ້ອຍ
•  ໝາກເຜັດດິບສີຂຽວ 10 ໜ່ວຍນ້ອຍ
•  ຫົວສີໄຄ 2 ຫົວ
•  ນ້ຳມັນ ½ ຈອກກາເຟ
•  ໄຂ່ 1 ໜ່ວຍ (ສຳລັບ ຊີ້ນໝູ ຫຼື ໄກ່ 1 ກຳມື)
•  ຫອມບົ່ວໃບຊອຍ ¾ ຈອກກາເຟ
•  ຜັກອີ່ຕູ່ ¾ ຈອກກາເຟ
•  ນ້ຳປາ 3 ບ່ວງແກງ

https://www.bloggang.com/viewdiary.php?id=plaipanpim&month=10-2012&date=08&group=1&gblog=335
 BlogGang.com

ວິທີປຸງແຕ່ງ
1.  ຕຳກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດໃສ່ເກືອ ປະມານ2-3 ນາທີ, ຕາມດ້ວຍຫົວສີໄຄ
2.  ຄ້າງໝໍ້ໃຫ້ຮ້ອນແລ້ວໃສ່ນ້ຳມັນ ເພື່ອທອດສ່ວນປະສົມທີ່ຕຳໄວ້ ປະມານ 2-3 ນາທີຈົນກວ່າກະທຽມ ແລະ ຫົວສີໄຄ ຈະສຸກ
3.  ຫາກໃສ່ຊີ້ນໝູ ຫຼື ໄກ່ ຂົ້ວຈົນກ່ວາຈະປ່ຽນສີ
4.  ໃສ່ເຫັດ ພ້ອມນ້ຳປາ 2 ບ່ວງແກງ ຂົ້ວສ່ວນປະສົມຕ່າງໆ ໃຫ້ເຂົ້າກັນ
5.  ຖ້າໃສ່່ໄຂ່ ຄວນຄົນໃຫ້ເຂົ້າກ່ອນທີ່ເທລົງໝໍ້
6.  ໃສ່ຜັກຫອມຕ່າງໆ ແລະ ນ້ຳປາ ຫຼື ເຄື່ອງປຸງຕ່າງໆ ຕາມຕ້ອງການ ແລ້ວຂົ້ວຈົນກວ່ານ້ຳຈະແຫ້ງ
7.  ຕັກໃສ່ຈານ ກິນກັບອາຫານປະເພດຕ່າງໆ ຕາມຕ້ອງການ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

 

 

ວີດີໂອໂດຍ ครัวบ้านฉัน เค็มมันหวานหอม

ການປະກອບສ່ວນ