ຕົ້ນມັນໝູ / Ton Man Mu
APA 6th ed. ຕົ້ນມັນໝູ / Ton Man Mu. (2021, June 30). Retrieved from https://www.phakhaolao.la/kb/0001219
MLA 8th ed. ຕົ້ນມັນໝູ / Ton Man Mu. Pha Khao Lao, 30 June 2021, https://www.phakhaolao.la/kb/0001219.
Chicago 17th ed. Pha Khao Lao. 2021. "ຕົ້ນມັນໝູ / Ton Man Mu." Published June 30, 2021. https://www.phakhaolao.la/kb/0001219.
Planchonella gamblei (C.B.Clarke) H.J.Lam
Platea fuliginea Elmer
Platea hainanensis R.A.Howard
Platea latifolia var. sumatrana (Blume) Miq.
Platea ledermannii Sleumer
Platea sumatrana Blume
Platystigma myristiceum R.Br. ex Hook.f.
Pouteria gamblei (C.B.Clarke) Baehni
Sideroxylon gamblei C.B.Clarke
ຈີນ: 阔叶肖榄.
ຫວຽດນາມ: Thư nguyên, Xương trăn ແລະ tiếu lãm.
ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງ 6-25 ຊມ, ແຕກກິ່ງກ້ານສູງ, ເປືອກໜາ, ລຽບ ຫຼື ແຕກເປັນເກັດ, ສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 4-9 ຊມ, ຍາວ 10-19 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີເກັດສີເງິນກະຈາຍຫ່າງໆ. ກ້ານໃບກົມ, ຍາວ 2-3,5 ຊມ. ຊໍ່ດອກເພດຜູ້ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຍາວ 4-10 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີຂຽວ. ໃບປະດັບດອກມີຂະໜາດປະມານ 1 ມມ. ກາບດອກຮູບໄຂ່, ມີຂະໜາດ 0.5-0.8 ມມ. ກີບດອກຮູບໄຂ່ ຫຼື ຮູບຮີ, ຂະໜາດ 1.5-1.8 ມມ, ປາຍມົນ, ສີຂຽວອ່ອນ. ເກສອນເພດຜູ້ຈຳນວນຫຼາຍ, ຮູບແກ່ນຖົ່ວ, ສີເຫຼືອງ. ເຕົ້າໄຂ່ເປັນໝັນ, ຮູບຮີ, ຫຼຸດຂະໜາດລົງ. ດອກເພດແມ່ເປັນດອກດ່ຽວ, ຂະໜາດໃຫຍ່, ມີຂະໜາດ 1-2 ຊມ, ສີຂາວ. ໃບປະດັບດອກຮູບຫອກ, ມີຂະໜາດ 4-7 ມມ. ກ້ານດອກຂະໜາດໃຫຍ່, ຍາວ 3-4 ມມ. ກາບດອກຮູບສາມຫຼ່ຽມ, ຍາວປະມານ 3 ມ, ຜິວດ້ານດອກມີຂົນຢ່າງໜາແໜ້ນ. ກີບດອກຮູບໄຂ່, ຂະໜາດ 1-2 ຊມ, ສີຂາວ. ເຕົ້າໄຂ່ຮູບຮີ, ຂະໜາດຍາວປະມານ 0.8 ມມ. ໝາກຮູບຮີ ຫຼື ຮູບໄຂ່, ເສັ້ນຜ່າສູນກາງ 1.5-2 ຊມ, ຍາວ 3-4 ຊມ, ກາບດອກຕິດທົນ, ໝາກສຸກສີເຫຼືອງ.
ສັບພະຄຸນ:
ຮາກ: ຕົ້ມດື່ມບຳລຸງຫົວໃຈ, ແກ້ທ້ອງອືດ ແລະ ທ້ອງເຟີ້.
ສິງປຸກສ້າງ:
ເນື້ອໄມ້: ໃຊ້ກໍ່ສ້າງພາຍໃນ ແລະ ເຮັດເຟີນິເຈີ້.
ຄຸນປະໂຫຍດ:
ໝາກ: ເປັນອາຫານຂອງນົກຂະໜາດໃຫຍ່ຫຼາຍປະເພດ.