ຫົວກິ້ງກາງດົງ / Aerial Yam

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dioscorea bulbifera L.
ຊື່ພ້ອງ
Helmia bulbifera (L.) Kunth
Polynome bulbifera (L.) Salisb.
Dioscorea tamifolia Salisb.
Dioscorea crispata Roxb.
Dioscorea heterophylla Roxb.
Dioscorea pulchella Roxb.
Dioscorea tenuiflora Schltdl.
Dioscorea latifolia Benth.
Dioscorea hoffa Cordem.
Dioscorea hofika Jum. & H.Perrier
Dioscorea anthropophagorum A.Chev.
Dioscorea longipetiolata Baudon
Dioscorea rogersii Prain & Burkill
Dioscorea korrorensis R.Knuth
Dioscorea perrieri R.Knuth
ຊື່ອື່ນ
Eng: air potato, air yam, aerial yam, bitter yam, cheeky yam, potato yam
Thai: มันขมิ้น ว่านพระฉิม
ບັນຍາຍລັກສະນະພືດສາດ

ເປັນພືດເຄືອທີ່ມີຫົວຢູ່ໃຕ້ດິນ, ເຄືອຍາວເຖິງ 5 ມ. ຫົວໃຕ້ດິນມົນກົມເກີດເປັນຈຸ້ມ. ຫົວອາກາດເກີດຕາມຊອກໃບ, ບາງຄັ້ງເກີດຢູ່ງ່າມຊໍ່ດອກຜູ້, ເປັນຫົວມົນກົມຂະໜາດນ້ອຍ ແລະ ເປັນປົມ, ມີຂະໜາດເສັ້ນຜ່າສູນກາງປະມານ 3 ຊມ, ດ້ານນອກເປັນສີນ້ຳຕານເທົາ, ດ້ານໃນເປັນສີຂາວອົມສີສົ້ມເມື່ອຖຶກອາກາດ, ມີເມືອກ. ໃບດ່ຽວຈັບສະຫຼັບ, ແຜ່ນໃບຮູບຫົວໃຈ, ປາຍໃບແຫຼມ, ກ້ຽງທັ້ງສອງດ້ານ. ດອກແຍກເພດຢູ່ຕ່າງຕົ້ນ, ເປັນຊໍ່ຍາວຕາມຊອກໃບ, ດອກມີຂະໜາດນ້ອຍ. ດອກຜູ້ຈະເປັນຊໍ່ຫ້ອຍລົງ, ມີເກສອນຜູ້ 6 ອັນ, ເປັນໝັນທັ້ງໝົດ ຫຼື ເປັນໜັນເຄິ່ງໜື່ງ, ດອກມີກີ່ນຫອມອ່ອນໆ, ເປັນສີຂາວ ຫຼື ສີຂາວອ່ອນ, ກິບດອກມີ 6 ອັນ, ລຽງເປັນສອງຊັ້ນ. ດອກແມ່ຈະມີຂະໜາດນ້ອຍກວ່າດອກຜູ້, ເມື່ອບານຈະໃຫຍ່ກວ່າດອກຜູ້. ໝາກແບບແຫ້ງແຕກ, ຮູບຮີ, ຂອບຂະໜານ, ມີປິກສີນ້ຳຕານ. 

ບັນຍາຍການນຳໃຊ້

ຫົວນຳມາຕົ້ມໃຫ້ສຸກດີເປັນຢາຮັກສາທ້ອງບິດ, ຮັກສາອາກາດປວດທ້ອງ, ລຳໄສ້ອັບເສັບ, ຮັກສາລິດສິດວງທະວານ ແລະ ຂັບປັດສະວະ. ຫົວມາຝານເປັນແຜ່ນບາງໆ, ໃຊ້ປິດບາດແຜ ແລະ ແກ້ອັບເສບ.  ນອກນັ້ນຫົວຍັງສາມາດນຳມາແປຮູບເປັນແປ້ງເພື່ອຜະລິດເປັນເຂົ້າໜົມຫວານປະເພດຕ່າງໆ. 

ການປະກອບສ່ວນ