ປາສາກ / Pa Sak

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Luciocyprinus striolatus Cui & Chu, 1986 / Cyprinidae
ຊື່ພ້ອງ
ຊື່ອື່ນ
ປາຂັງ, ປາກັງ, ປາກິມ ຫຼື ປາກ້ວນຊາຍ
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

D: 8; A: 6; P1: 14; P2: 10. ລໍາໂຕຮຽວ ແລະ ຍາວ (elongate), ຮ່າງກາຍຂ້ອນຂ້າງມົນກົມ (ຕັດຕາມລວງຂວາງ), ມີຂະຫນາດໃຫຍ່, ມີຄວາມເລິກຂອງລຳຕົວ 15 %  ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 28 % ຂອງ SL; ຫົວ: ສັນດັງຍາວ ແລະ ແຫຼມ, ປາຍປາກເທິງ ແລະ ລຸ່ມພຽງກັນ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 18.55 % ຂອງຄວາມຍາວຫົວ (HL); ຄາງກະໄຕກ້ວາງແຜ່ລາມໄປຈົນເຖິງຂອບດ້ານໜ້າຂອງຕາ; ລໍາໂຕ: ຖານຂອງຄີຫຼັງລື່ນ ຖານຄີທ້ອງໄປທາງດ້ານຫຼັງໜ້ອຍໜຶ່ງ ແລະ ຕັ້ງຢູ່ປະມານເຄິ່ງກາງຂອງຮ່າງກາຍ, ຄີກົ້ນປະກອບມີເສັ້ນກ້ານຄີອ່ອນ 5 ເສັ້ນ, ຂອບຂອງຄີກົ້ນ ແລະ ຄີຫຼັງໂຄ້ງວ້ຳເຂົ້າ (concave), ຂອບຂອງຄີທ້ອງມົນ, ຄີເອິກຢູ່ປະມານເຄຶ່ງກາງລະຫວ່າງຄີທ້ອງ ແລະ ແຄມຂອງສົບ; ເກັດຂະຫນາດນ້ອຍ, 88 ເກັດເສັ້ນຂ້າງໂຕ, 44 ເກັດກ່ອນຄີຫຼັງ ແລະ 24 ເກັດອ້ອມກົກຫາງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 6 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານຄີອ່ອນ, ຄີທ້ອງ 10 ເສັ້ນກ້ານຄີອ່ອນ; ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ; ສີຂອງລຳໂຕ: ເຄິ່ງດ້ານລຸ່ມສີຟ້າອອກເທົາ ແລະ ເຄິ່ງດ້ານເທິງຂອງຮ່າງກາຍດໍາແກມສີຂີ້ເທົ່າ ຍ້ອນວ່າມີແຖບເສັ້ນສີດໍາຢຽດຍາວຕາມຮ່າງກາຍ; ມີ 5-8 ແຖບເສັ້ນສີດໍາແຄບໃນໂຕເຕັມໄວ.

ການແຜ່ກະຈາຍ: ແມ່ນໍ້າຂອງໃນສປປ ລາວ ແລະ ປະເທດຈີນ (ຢຸນນານ)

ບັນຍາຍການນຳໃຊ້

ປາຮາມ

ພົບໄດ້ຍາກ, ສ່ວນຫຼາຍແມ່ນຖຶກເບັດ ແລະ ມອງ. ໂຕເຕັມໄວຈະມີຂະໜາດໃຫຍ່. ສາມາດເຮັດໄດ້ຫຼາຍລາຍການ.

ການສຶບພັນ ແລະ ວົງຈອນຊີວິດ

ປານ້ອຍ

ປາຊະນິດນີ້ພົບໜ້ອຍ ແລະ ຫາຍາກ ພວກມັນຈະອາໄສຢູ່ບ່ອນນ້ຳໄຫຼ ໂດຍສະເພາະແມ່ນສາຂາຂອງແມ່ນ້ຳຂອງໃນພາກເໜືອ ຂອງລາວ, ພວກມັນຈະເຄື່ອນຍ້າຍໄປມາເພື່ອຫາອາຫານ ແລະ ວາງໄຂ່. ແຕ່ໃນປະຈຸບັນແມ່ນ້ຳຫຼາຍສາຍໄດ້ສ້າງເຂື່ອນ ຕັນທາງປາ ເຮັດໃຫ້ພວກມັນອົບພະຍົບຕາມລະດູການຍາກ ແລະ ເຮັດໃຫ້ປະຊາກອນພວກມັນຫຼຸດລົງ.

ການປະກອບສ່ວນ