ຕົ້ນໝາກແຄ້ງຂົມ / Mak Khaeng Khom

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Solanum indicum L. / Solanaceae
ຊື່ພ້ອງ
Solanum indicum Roxb.
Solanum indicum var. lividum (Link) Bitter
Solanum indicum var. maroanum Bitter
Solanum indicum var. recurvatum C.Y. Wu & S.C. Huang
ຊື່ອື່ນ
ລາວ: ໝາກແຄ້ງຂົມ
ໄທ: ມະແວ້ງຕົ້ນ, ແວ້ງຂົມ
ຈີນ: ທຽນເສຍຊື່, ທຽນເສຍ
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມຂະໜາດນ້ອຍມີອາຍຸ 2–5 ປີ, ສູງ 1–1.5 ແມັດ. ລຳຕົ້ນມີຂະໜາດນ້ອຍ ແລະ ກົມ, ເນື້ອແຂງເປັນສີຂຽວອົມເທົາ, ແຕກກີ່ງງ່າ, ຕົ້ນມີຂົນນຸ່ມສີເທົາຂຶ້ນປົກຄຸມ ແລະ ມີໜາມແຫຼມຂຶ້ນກະຈາຍຢູ່ທົ່ວຕົ້ນ. ໃບດ່ຽວຈັບລຽງສະຫຼັບ, ຮູບຮີ, ປາຍໃບແຫຼມ, ໂຄນໃບມົນ, ຂອບໃບຢັກວ້ຳມົນເຂົ້າຫາເສັ້ນກາງໃບ ແລະ ມີຄື່ນເລັກນ້ອຍ, ໃບມີຂະໜາດກວ້າງ 4–6 ຊັງຕີແມັດ ແລະ ຍາວ 5–10 ຊັງຕີແມັດ, ມີຂົນ. ດອກເປັນຊໍ່ຕາມງ່າມໃບ ຫຼື ປາຍກີ່ງປະມານ 3 -6 ດອກ. ດອກເປັນສີມ່ວງອ່ອນ, ກວ້າງປະມານ 2 ຊັງຕີແມັດ, ໃຈກາງຂອງດອກມີເກສອນຜູ້ສີເຫຼືອງ 5 ອັນ, ເຊື່ອມຕິດກັນກັບໂຄນກີບດອກ, ປາຍກີບດອກຈະແຍກອອກເປັນແສກ 5 ແສກ, ປາຍແຫຼມ, ຄ້າຍຮູບດາວ, ກ້ານດອກມີໜາມເປັນຕຸ່ມນ້ອຍໆ, ຍາວປະມານ 5 ມີນລີແມັດ. ສ່ວນກີບລ້ຽງເຊື່ອມຕິດກັນ ປາຍແຍກເປັນແສກ 5 ແສກ, ປາຍແຫຼມດ້ານນອກມີຂົນ. ໝາກເປັນຮູບຊົງກົມ, ຜີວລຽບກ້ຽງ ແລະ ມັນ, ເມື່ອຍັງອ່ອນເປັນສີຂຽວ ຫຼື ສີຂາວບໍ່ມີລາຍ, ເມື່ອໝາກສຸກເປັນສີແດງສົ້ມ ຫຼື ເປັນສີເຫຼືອງອົມສົ້ມ.

ບັນຍາຍການນຳໃຊ້

ໝາກແຄ້ງຂົມມີທາດ Alkaloids ຫຼາຍຊະນິດ ເຊັ່ນ: Diosgenin, Solanine, Solasodine ( ພົບໃນໝາກ, ໃບ ແລະ ຕົ້ນ ). ອີກທັງຍັງພົບສານຈຳພວກ Amino acid, Flavonoid glycoside, Phenols ສ່ວນໃນແກ່ນໝາກແຄ້ງຂົມພົບໄຂມັນ ແລະ ວິຕາມີນຊີ ເປັນຕົ້ນ. ສ່ວນໃບ ແລະ ໝາກຍັງພົບສານ Diogenin, Solanine, Solanidine Beta - sitosterol. ໝາກສຸກ ແລະ ໝາກດິບມີຣົດຂື່ນສົ້ມຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດໂດຍການໃຊ້ໝາກແຄ້ງຂົມ 10–20 ໝາກນຳມາຮັບປະທານເປັນອາຫານກັນແຈ່ວ, ຊ່ວຍແກ້ໄຂ້ສາລະພັດພິດແກ້ໄຂຂັບຂີ້ກະເທີ່ໃນຄໍ. ບາງຕຳລາຈະໃຊ້ເປັນຢາແກ້ໄອໂດຍໃຊ້ໄດ້ທັງໝາກແຫ້ງ ແລະ ໝາກສົດປະມານ 5–10 ໝາກ, ນຳມາຕຳໃຫ້ແລກຄັ້ນເອົາແຕ່ນ້ຳປະສົມກັບເກືອເລັກນ້ອຍນຳມາຮັບປະທານ. ນອກນັ້ນໝາກຍັງຊ່ວຍຮັກສາພະຍາດທາງໄຕ ແລະ ກະເພາະປັດສະວະອີກດ້ວຍ.

ການປະກອບສ່ວນ