ເຄືອໝາກແຕກ / Climbing Bittersweet

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Celastrus paniculatus Willd. / Celastraceae
ຊື່ພ້ອງ
Celastrus paniculatus Willd.
Celastrus paniculatus subsp. multiflorus (Roxb.) D.Hou
Celastrus paniculatus subsp. serratus (Blanco) D.Hou
ຊື່ອື່ນ
ລາວ: ເຄືອໝາກແຕກ
ໄທ: ໝາກແຕກ, ມະແຕກ, ກຣະທຸ່ງລາຍ, ກຣະທົງລາຍ, ເຄືອໝາກແຕກ, ໂຈເຕ.
ຫວຽດນາມ: ດາຍຊາງມໍ.
ອັງກິດ: staff tree, climbing bittersweet.
ບັນຍາຍລັກສະນະພືດສາດ

ເຄືອໝາກແຕກ ເປັນເຄືອເຂົາປະເພດຫຼົ່ນໃບ, ບໍ່ມີນໍ້າ, ມີຄວາມຍາວແຕ່ 3-10 ມ ແລະ ມີຂະໜາດໜ້າຕ້າງ ປະມານ 10 ຊມ.  ເປືອກເປັນສີນໍ້າຕານອ່ອນ, ຊາ, ມີຮອຍແຕກ ແລະ ເປັນກາບນ້ອຍໆຫຼວມໆຫຼົ່ນອອກງ່າຍ.  ໃບມີຂະໜາດ 6.3 x 10 ຊມ, ຂອບໃບເປັນວັກບໍ່ສະໜໍ່າສະເໝີ. ດອກມີຄວາມຍາວ 3.8 ມມ, ສີຂຽວ ແລະ ເກີດເປັນຈຸ້ມ ຢູ່ໃນຊໍ່ດອກທີ່ຢ່ອນລົງຊຶ່ງມີຄວາມຍາວ ປະມານ 20 ຊມ. ໝາກເປັນແຄັບຊູນ 3 ເຟື້ອງ ມີສີເຫຼືອງເຫຼື້ອມຂະໜາດໝ້າຕັດ 1-1.3 ຊມ ແຕ່ລະເຟື້ອງບັນຈຸແກ່ນແຕ 3-6 ແກ່ນ ທີ່ຫຸ້ມຫໍ່ດ້ວຍຊັ້ນຫຸ້ມແກ່ນ (aril) ສີໝາກກ້ຽງປົນແດງ.

ບັນຍາຍການນຳໃຊ້

ຍອດອ່ອນ ສາມາດນຳມາລວກ ຫຼື ຕົ້ມໃຫ້ຈືດແລ້ວກິນກັບແຈ່ວ. ການກິນໃບດິບຈະພາໃຫ້ເກີດອາການຄັນຄໍ ແຕ່ໃບໄດ້ຖືກໃຊ້ເປັນຢາບັນເທົາໄອເຊັ່ນກັນ. ແກ່ນ ແລະ ນໍ້າມັນ ມີການກ່າວກັນວ່າເປັນຢາບຳລຸງສະໝອງ ເຮັດໃຫ້ມີຄວາມສຽບແຫຼມ ແລະ ສະຫຼາດສະຫຼຽວ ນອກຈາກນັ້ນ ກໍ່ຍັງເປັນຢາປິ່ນປົວໂລກປະດົງຂໍ່ ແລະ ອຳມະພາດ ຂອງລະບົບປະສາດສ່ວນກາງ. ສຳລັບຮາກຢູ່ປະເທດໄທ ແມ່ນໃຊ້ໃນການຕ້ານພະຍາດມາລາເລຍ, ສ່ວນແກ່ນ ແລະ ໃບນັ້ນ ໃຊ້ເປັນຢາຕ້ານເຊື້ອ. ນໍ້າມັນໝາກແຕກ ໃຊ້ເປັນຢາຂັບໄລ່ຍຸງ ແລະ ກໍ່ອາດນຳໃຊ້ໃນການຜະລິດນໍ້າມັນດີເຊນຊີວະພາບໄດ້.

ການປະກອບສ່ວນ