ໝົກໄຂ່ປາ

Andy Souvanphakdy
ໝົກໄຂ່ປາ ອາຫານຕາມລະດູການ ຕາມວິທີການປຸງແຕ່ງພື້ນເມືອງແລ້ວ ເພື່ອບໍ່ໃຫ້ມີກິ່ນຄາວ ແລະ ເພີ່ມກິ່ນຫອມໃຫ້ອາຫານ ຜູ້ຄົນກໍຈະປຸງແຕ່ງດ້ວຍພືດສະໝຸນໄພຕ່າງໆທີ່ຫາໄດ້ຕາມຮົ້ວສວນ ຖືໄດ້ວ່າເປັນອາຫານທີ່ເຮັດງ່າຍ ແລະ ຍັງໄດ້ປະໂຫຍດຈາກການຮັບປະທານສະໝຸນໄພອີກດ້ວຍ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ໄຂ່ປາ 1 ຖ້ວຍນ້ອຍ
  • ໃບຂີ້ຫູດ 3 ໃບ
  • ຜັກຊີ 1 ມັດນ້ອຍ
  • ຜັກອີຕູ່ 1 ມັດນ້ອຍ
  • ຫອມບົ່ວໃບ    1 ມັດນ້ອຍ
  • ຫອມບົ່ວແຫ້ງ 3 ຫົວ
  • ຫົວສີໄຄ 2 ຫົວ
  • ຂ່າ    3 ປ່ຽງນ້ອຍ
  • ໝາກເຜັດດິບ 7-10 ໝາກ
  • ໄຂ່ໄກ່ 1 ໜ່ວຍ
  • ເຂົ້າເບືືືືອ 1 ບ່ວງແກງ
  • ໃບຕອງ
phakhaolao.la

 

ວິທີປຸງແຕ່ງ

  1. ກຽມໝໍ້ສຳລັບໜື້ງ
  2. ລ້າງຜັກຊີ,ຜັກນາງຕູ່ດຫອມບົ່ວໃບ ໃຫ້ສະອາດ ແລ້ວຊອຍຂະໜາດພໍດີ
  3. ລ້າງໄຂ່ ໃຫ້ສະອາດ
  4. ຕຳຫອມບົ່ວແຫ້ງ,ຫົວສີໄຄ,ຂ່າ ໃຫ້ລະອຽດ
  5. ເອົາໄຂ່ປາ,ໄຂ່ໄກ່,ເຄື່ອງທີ່ຕຳ,ເຂົ້າເບື່ອ,ໝາກເຜັດ,ໃບຂີ້ຫູດ ແລະ ຫອມ ມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ
  6. ນຳໃບຕອງມາຫໍ່ ແລ້ວໄປໜື້້ງ ໄຊ້ໄຟແຮງ, ໜື້້ງປະມານ 45 -60 ນາທີ ຫຼື ຈົນກວ່າໜົກຈະສຸກດີ
phakhaolao.la

 

ແນະນຳ:

  • ສາມາດນໍ້າໄປປີ້ງແທນການໜຶ້ງໄດ້ ແຕ່ຈະຕ້ອງໄດ້ເຝົ້າຢູ່ຕະຫຼອດເວລາເພື່ອຄວບຄຸມໄຟບໍ່ໃຫ້ໄໝ້ໝົກ
  • ວິທີການປີ້ງຈະເຮັດໃຫ້ອາຫານມີກິ່ນຫອມຫຼາຍຂຶ້ນ
ການປະກອບສ່ວນ