ຜັກຊີຊ້າງ / Water dropwort

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Oenanthe javanica (Blume) DC. / Apiaceae
ຊື່ພ້ອງ
Cyssopetalum javanicum Turcz.
Dasyloma corticatum Miq.
Dasyloma japonicum Miq.
Dasyloma javanicum (Blume) Miq.
Dasyloma laciniatum (Blume) Miq.
Dasyloma latifolium Lindl.
Dasyloma subbipinnatum Miq.
Falcaria javanica (Blume) DC.
Falcaria laciniata (Blume) DC.
Oenanthe decumbens Koso-Pol.
Oenanthe javanica subsp. javanica
Oenanthe javanica subsp. stolonifera (Roxb.) Murata
Oenanthe kudoi Suzuki & Yamam.
Oenanthe normanii F.P. Metcalf
Oenanthe stolonifera Wall. ex DC
Oenanthe stolonifera var. javanica (Blume) Kuntze
Oenanthe subbipinnata (Miq.) Drude
Phellandrium stoloniferum Roxb.
Sium javanicum Blume
Sium laciniatum Blume
ຊື່ອື່ນ
Thai: ຜັກຊີລ້ອມ
Eng: Water dropwort, Oenanthe
ບັນຍາຍລັກສະນະພືດສາດ

ຜັກຊີຊ້າງຈັດເປັນພືດລົ້ມລຸກ, ມີຄວາມສູງຂອງຕົ້ນຕັ້ງແຕ່ 10-100 ຊມ, ລໍາຕົ້ນກົມວົງອວບນໍ້າ, ຜິວນອກເປັນຮ່ອງ, ຂະຫຍາຍພັນດ້ວຍການເພາະແກ່ນ ແລະ ການປັກຊໍາ. ໃບເປັນໃບປະສົມແບບຂົນນົກ, ມີ 1-3 ຊັ້ນລຽງກັນ, ໃບຍ່ອຍມີລັກສະນະຮູບຣີແຄມ ຫຼື ຮູບໄຂ່, ມີຄວາມກວ້າງ 1.5-2.5 ຊມ ແລະ ຍາວ 3-5 ຊມ, ປາຍໃບແຫຼມ, ກົກໃບບ້ຽວ, ຂອບໃບເປັນຈັກຄ້າຍແຂ້ວ. ດອກມີຂະໜາດນ້ອຍສີຂາວ, ອອກດອກເປັນຊໍ່, ດອກຍ່ອຍມີຂະໜາດນ້ອຍ, ມີກາບດອກ 5 ກີບ, ມີເກສອນຜູ້ 5 ກ້ານ. ໝາກເປັນໝາກດ່ຽວ, ໝາກແຫ້ງແກ່ແລ້ວແຕກເປັນສອງສ່ວນ, ລັກສະນະຂອງໝາກຂ່ອນຂ້າງກົມມີສັນ, ມີຂະໜາດ 2-3 ຊມ.

ບັນຍາຍການນຳໃຊ້

ປະໂຫຍດ 
   - ຍອດອ່ອນນິຍົມໃຊ້ຮັບປະທານເປັນຜັກສົດຮ່ວມກັບແຈ່ວ, ຍໍາ ແລະ ລາບ ຫຼື ຈະນໍາໄປປຸງແຕ່ງໃຫ້ສຸກເຊັ່ນ: ໃຊ້ກັບແກງ, ຕົ້ມ ຫຼື ນໍາໄປລວກກະໄດ້.
   - ໝາກອ່ອນສາມາດຮັບປະທານໄດ້.
ສັບພະຄຸນ:
   - ທັງຕົ້ນຊ່ວຍບໍາລຸງສາຍຕາ ແລະ ຮັກສາພະຍາດຕາ.
   - ໝາກຊ່ວຍບໍາລຸງປອດ.
   - ທັງຕົ້ນຊ່ວຍບໍາລຸງຫົວໃຈ.
   - ຕົ້ນຊ່ວຍແກ້ອາການເຈັບຄໍ.
   - ໝາກຊ່ວຍໃນການຍ່ອຍອາຫານ.
   - ທັງຕົ້ນຊ່ວຍກະຕຸນການເຮັດວຽກຂອງລໍາໄສ້.
ຄຸນຄ່າທາງໂພສະນາການຂອງຜັກຊີຊ້າງຕໍ່ 100 ກຼາມ:
   - ຄາໂບໄຮເດດ 52.29 ກຼາມ.
   - ເສັ້ນໃຍ 39.80 ກຼາມ.
   - ໄຂມັນ 14.87 ກຼາມ.
   - ໂປຼຕີນ 15.80 ກຼາມ.
   - ວິຕາມິນເອ 135 ໜ່ວຍສາກົນ.
   - ວິຕາມິນບີ1 0.01 ມລກ.
   - ວິຕາມິນບີ2 0.35 ມລກ.
   - ທາດເຫຼັກ 18.54 ມລກ.
   - ແລະ ອື່ນໆ

ການປະກອບສ່ວນ