ໝົກຮວກ
ໝົກຮວກໃສ່ໃບຕອງ ອາຫານພື້ນບ້ານ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ:
- ໂຕຮວກ
- ຫົວສີໄຄ
- ໜາກແຄ່ນ ແລະ ໃບໝາກແຄ່ນ
- ໜາກເຜັດ
- ເກືອ
- ຫອມບົ່ວໃບ
- ຜັກຊີ
- ໃບຕອງ
ວິທີເຮັດ:
- ເອົາໃບຕອງ ໄປຕາກແດດໃຫ້ໃບອອ່ນ
- ນຳໂຕຮວກໄປລ້າງໃຫ້ສະອາດ (ບີບຂີ້ຢູ້ທ້ອງຮວກອອກ)
- ຊອຍຫົວສີໄຄ,ໃບໝາກແຄ່ນ, ໝາກເຜັດດີບ, ໃບຫອມບົວ, ຜັກຊີ ໃສ່ຮວກທີ່ກຽມໄວ້ ຕາມດວ້ຍເກືອ ແລ້ວຄົນໃຫ້ເຂົ້າກັນ
- ຫຼັງຈາກນັ້ນ ກໍນຳມາຫໍ່ດ້ວຍໃບຕອງ
- ນຳມາປີ້ງໄຟ ໂດຍການໃຊ້ໄຟອ່ອນໆ ແລະ ໃຊ້ເວລາປີ້ງປະມານ 20-30 ນາທີ
- ຫຼັງຈາກນັ້ນກໍນຳມາແກະໃສ່ຈານ ສາມາດຮັບປະທານໄດ້