ໝາກມ່ວງກວນ

Andy Souvanphakdy
ໝາກມ່ວງກວນ ໜຶ່ງໃນເມນູອາຫານສຳລັບຄົນມັກໝາກມ່ວງ ໄວ້ເຮັດກິນຍາມໝາກມ່ວງຫຼາຍ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ໝາກມ່ວງສຸກ 20 ໝາກ
  • ເກືອ 1 ບ່ວງຊາ
phakhaolao.la

 

ວິທີປຸງແຕ່ງ

 

phakhaolao.la

 

  1. ປອກເປືອກໝາກມ່ວງອອກ ແລ້ວລ້າງນໍ້າໃຫ້ສະອາດ
  2. ນຳມາຊອຍ ຫຼື ຕັດເປັນຕ່ອນນ້ອຍໆ ເອົາໄປປັ່ນໃຫ້ລະອຽດ
  3. ແລ້ວເອົາໄປໃສ່ໝໍ້ ຂົ້ວດ້ວຍໄຟອ່ອນໆ  ໃສ່ເກືອໜ້ອຍໜື່ງເພື່ອເພີ່ມລົດຊາດ  ຄົນ ຫຼື ກວນໄປເລື້ອຍໆ ປະມານ 4-5 ຊົ່ວໂມງ ຫຼື ຈົນກວ່າເນື້ອໝາກມ່ວງຈະແຂ້ນດີ
  4. ຫຼັງຈາກສຸກແລ້ວກໍນຳໝໍ້ອອກຈາກເຕົາ ແລະ ນຳມາພັກປະໄວ້ໃຫ້ເຢັນ
  5. ຫຼັງຈາກທີ່ໝາກມ່ວງເຢັນແລ້ວ ກໍສາມາດຮັບປະທານໄດ້ທັນທີ ຫຼື ຈະເກັບໃສ້ແກ້ວ, ພາຊະນະ ໃສ່ໄວ້ໃນຕູ້ເຢັນ ເພື່ອຮັບປະທານໃນມື້ຕໍ່ໄປ ກໍໄດ້ເຊັ່ນດຽວກັນ

ໝາຍເຫດ:

  • ໃນລະຫວ່າງທີ່ກວນ  ອາດຈະໃສ່ກະທິໝາກພ້າວເພື່ອເພີ່ມລົດຊາດໃຫ້ມີຄວາມມັນ ແຕ່ຖ້າເພີ່ມໝາກພ້າວຈະເກັບໄວ້ໄດ້ບໍ່ດົນ

 

 

 

ສູດໂດຍ: ນ.ດາລາສະຫວັນ ຜຸຍສິຣິ
 

ການປະກອບສ່ວນ