ໝາກນັດກວນ
ໝາກນັດກວນເປັນຂອງຫວານທີ່ນິຍົມກິນກັບເຂົ້າໜຽວຮ້ອນໆ ຫຼື ຈະກິນກັບເຂົ້າໜົມປັງ ກໍ່ແຊບດີ ແລະ ຍັງສາມາດເກັບໄວ້ໄດ້ດົນອີກດ້ວຍ
ເຮືອນຄົວລາວ
![https://www.google.com/url?sa=i&source=images&cd=&cad=rja&uact=8&ved=2ahUKEwixhJbiubvjAhUBfbwKHRnPAV4Qjhx6BAgBEAM&url=http%3A%2F%2Fwww.filipinofoodstore.com%2Frecipes%2Fpineapple-jam.html&psig=AOvVaw2JTvrvsZNbzECuvysagQlA&ust=1563434973759347](/sites/default/files/public/styles/news_feature_image/public/stories/feature_images/pineapple44.jpg?itok=k73LjT1i)
Filipino Food Store
ເຄື່ອງປະກອບ
• ໝາກນັດ 1 ກິໂລກຼາມ
• ນ້ຳຕານຊາຍ 200 ກຼາມ
• ເກືອ ½ ບ່ວງກາເຟ
![https://keelings.ie/our-products/pineapples/](/sites/default/files/public/inline-images/pineapple-1.jpg)
ວິທີີປຸງແຕ່ງ
1. ປອກເປືອກ ໝາກນັດອອກໃຫ້ໝົດ, ລ້າງນ້ຳໃຫ້ສະອາດ
2. ຊອຍເປັນຕ່ອນນ້ອຍໆ ແລ້ວນຳໄປປັ່ນໃຫ່ມຸ່ນລະອຽດ, ບີບເອົານ້ຳອອກໃຫ້ໝົດ
3. ນຳໝາກນັດໃສ່ໝໍ້ ຄ້າງໄຟອ່ອນໆ, ໃສ່ເກືອ ແລະ ນ້ຳຕານຊາຍ. ໃຊ້ໄມ້ຄົນໃຫ້ເຂົ້າກັນຈົນທົ່ວ ຫຼື ຂ້ຽວຈົນໝາກນັດເລີ່ມໜຽວ ແລະ ມີສີເຂັ້ມຂຶ້ນ, ໃຊ້ເວລາໃນການກວນປະມານ 1 ຊົ່ວໂມງ ຫຼື ຈົນກ່ວາໝາກນັດຈະມີສີເຂັ້ມ
4. ເມື່ອເຫັນວ່າໝາກນັດມີສີເຫຼືອງເຂັ້ມເນື້ອໜຽວແລ້ວ ປົງລົງປະໄວ້ໃຫ້ເຢັນ
5. ບັນຈຸໃສ່ກະປຸກ ຫຼື ຖົງຢາງ ອັດໃຫ້ແໜ້ນ
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)