ເຄື່ອງເທດສະໝຸນໄພປະກອບອາຫານ 8 ຊະນິດຕ້ານເຊື້ອໄວຣັສ

Andy Souvanphakdy
ອາຫານການກິນເປັນເລື່ອງໃຫ່ຍຫຼາຍກວ່າທີ່ຫຼາຍໆຄົນຄິດ ອາຫານການກິນປຽບເໝືອນຊີວິດ, ສຸຂະພາບ, ສິ່ງແວດລ້ອມ ແລະ ເສດຖະກິດສັງຄົມ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຖ້າຫາກຮ່າງກາຍຂອງຄົນເຮົາສາມາດຮຽນຮູ້ເພື່ອປົກປ້ອງຕົນເອງຈາກການຈູ່ໂຈມທຳລາຍຂອງເຊື້ອພະຍາດຕ່າງໆຈາກພາຍນອກ  ພືດຜັກອາຫານການກິນກໍເປັນປັດໄຈໜຶ່ງທີ່ສຳຄັນ ຊ່ວຍໃຫ້ຮ່າງກາຍຂອງຄົນເຮົາໄດ້ຈະເລີນເຕີບໂຕ ແລະ ມີຊີວິດຢູ່ໄດ້

ເມື່ອຕົກຢູ່ໃນສະຖານະການອັນຍາກລຳບາກເຊັ່ນ ການແຜ່ລະບາດຂອງເຊື້ອໄວຣັສ ສິ່ງໜຶ່ງທີ່ເຮົາສາມາດເຮັດໄດ້ຄືການກຽມພ້ອມຮຽນຮູ້ ສຶກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດ ເພາະການຮຽນຮູ້ ແລະ ການນຳມາປັບໃຊ້ຄືກຸນແຈໃນການດຳລົງຊີວິດຂອງມະນຸດເຮົາ

ນັບຕັ້ງແຕ່ມື້ທຳອິດທີ່ໂລກຮັບຮູ້ເຖິງຄວາມຮ້າຍແຮງຂອງການລະບາດທີ່ ອູ່ຮັ່ນ ນັກຄົ້ນຄວ້າຫຼາຍທ່ານຊຶ່ງສ່ວນໃຫ່ຍຢູ່ໃນອາຊີ ໄດ້ຄົ້ນຫາສານຈາກພືດເພື່ອນຳມາຮັບມືກັບເຊື້ອໄວຣັສ ແລະ ຮັກສາຜູ້ຄົນ. ຈົນມາເຖິງ ປະຈຸບັນມີສານຈາກພືດທີ່ຄົ້ນພົບຈາກການສຶກສາແບບຈຳລອງໂມເລກຸນ (molecular docking) ແລ້ວກວ່າ 50 ຊະນິດ ແລະ ສິ່ງທີ່ໜ້າສົນໃຈຄືຈຳນວນມະຫາສານຂອງສານທີ່ມີປະສິດທິພາບໃນການປ້ອງກັນເຊື້ອໃຫ້ເຂົ້າສູ່ເຊວ ແລະ ຍັບຢັ້ງການຂະຫຍາຍ ແລະ ແຜ່ເຊື້ອນັ້ນຢູ່ໃນອົງປະກອບຕ່າງໆຂອງອາຫານທີ່ເຮົາຮັບປະທານເປັນປະຈຳໃນແຕ່ມື້ນີ້ເອງ

ເຊິ່ງພືດພັນຕ່າງໆທີ່ສຳຄັນນັ້ນ ເປັນເຄື່ອງປະກອບໃນການປຸງແຕ່ງອາຫານພື້ນເມືອງລາວ ເຊິ່ງປະກອບດ້ວຍພືດ 8 ຊະນິດທີ່ລ້ວນແລ້ວແຕ່ມີຄຸນນະສົມບັດໃນການເສີມສ້າງພູມຄຸ້ນກັນ ແລະ ຕ້ານໄວຣັສເຊັ່ນ:

  1. ຂີ້ໝິ້ນ ມີສານ  ແລະ ອານຸພັນ ທີ່ມີຄຸນສົມບັດໃນການຍັບຢັ້ງໄວຣັສສາຍພັນໃໝ່ເຂົ້າສູ່ອະໄວຍະວະປອດ ແລະ ຍັບຢັ້ງການແຜ່ຂະຫຍາຍຂອງໄວຣັສ (Yang at al.,2020) ແລະ (Guijarro-Real at al.,2021)
  2. ຂ່າ ມີສານ galangin ມີຄຸນສົມບັດໃນການຍັບຢັ້ງໄວຣັສສາຍພັນໃໝ່ເຂົ້າສູ່ປອດ ແລະ ຢັບຢັ້ງການແບ່ງໂຕຂອງໄວຣັສໄດ້ (Utomo RY,et al.,2020) ມີສານ 1,8 cineole ຢັບຢັ້ງການແຜ່ຂະຫຍາຍຂອງໄວຣັສ ລວມເຖິງສານ kaempferol, quercetin ທີ່ຕ້ານການອັກເສບ (Sharma, A.D. at al., 2020)
  3. ໝາກຂີ້ຫູດ ມີສານ hesperedin ມີຄຸຸນສົມບັດໃນກາຍັບຢັ້ງໄວຣັສສາຍພັນໃໝ່ເຂົ້າສູ່ປອດ (Cheng L, et al., 2020) ຍບຢັ້ງການແຜ່ກະຈາຍຂອງໄວຣັສ (Utomo, R.Y. at al., 2020) ແລະ ມີສານ naringenin ທີ່ມີຄຸນສົມບັດເຊັ່ນດຽວກັນ (Khaerunnisa S, et., 2020)
  4. ຜັກທຽມ ມີສານ quercetin, allicin ຍັບຢັ້ງໄວຣັສເຂົ້າສູ່ເຊວປອດ ມີລິດໃນການຍັບຢັ້ງການແຜ່ກະຈາຍຂອງໄວຣັສ (Rajagopal K, at al., 2020) (Pandey P,at al., 2021) (Khaerunnisa S, et al., 2020)
  5. ໝາກເຜັດມີສານ quercetin, luteolin-7-glucoside ຍັບຢັ້ງການແຜ່ກະຈາຍຂອງໄວຣັສ (Khaerunnisa S, et al., 2020)
  6. ຫົວສີໄຄ ມີສານ Citral ຍັບຢັ້ງການແຜ່ກະຈາຍຂອງໄວຮັສ (N. Shaghaghi., 2020) ແລະ ຕ້ານການອັກເສບ (Boukhatem MN at al., 2014)
  7. ພິກໄທ ມີສານ piperine ມີປະສິດທະພາບຍັບຢັ້ງການຂະຫຍາຍຕົວຂອງໄວຣັສ (Selvaraj Alagu Lakshmi at al., 2020) ແລະ (Tiwari A, et al., 2020)
  8. ຫົວຫອມບົ່ວ ມີສານ quercetin, luteolin-7-glucoside ທີ່ຊ່ວຍຍັບຢັ້ງການຂະຫຍາຍ ແລະ ແຜ່ໄວຣັສ (Khaerunnisa S, et al.,2020)

ພືດສະໝຸນໄພເຫຼົ່ານີ້ພົບໄດ້ຫຼາຍໃນການຳມາປະກອບອາຫານພື້ນເມືອງລາວເຮົາ ດັ່ງນັ້ນຄິດຈະປຸງແຕ່ງອາຫານຄວນຄິດເຖິງອາຫານລາວພ້ອມເຄື່ອງປະກອບຈາກພືດສະໝຸນດັ່ງທີ່ກ່າວມານັ້ນ

ການສຶກສາຄົ້ນຄວ້າ ແລະ ນຳໃຊ້ກ່ຽວກັບເຄື່ອງເທດສະໝຸນໄພເປັນເລື່ອງສຳຄັນ ເພາະມັນຄືສ່ວນໜຶ່ງທີ່ຈະຊ່ວຍໃຫ້ເຮົາໄດ້ຊ່ວຍເຫຼືອຕົນເອງໄດ້ເມື່ອຍາມຈຳເປັນ ນອກຈາກການພຶ່ງພາຈາກແພດໝໍແລ້ວ

 

ອ້າງອີງ BIOTHAI

 

ການປະກອບສ່ວນ