ຕົ້ນໝາກ / Areca Nut
APA 6th ed. ຕົ້ນໝາກ / Areca Nut. (2019, April 3). Retrieved from https://www.phakhaolao.la/index.php/kb/0000359
MLA 8th ed. ຕົ້ນໝາກ / Areca Nut. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000359.
Chicago 17th ed. Pha Khao Lao. 2019. "ຕົ້ນໝາກ / Areca Nut." Published April 3, 2019. https://www.phakhaolao.la/index.php/kb/0000359.
Areca catechu var. batanensis Becc.
Areca catechu f. communis Becc.
Areca catechu var. longicarpa Becc.
Areca catechu var. nigra Giseke
Areca catechu var. silvatica Becc.
ໄທ: ຕົ້ນໝາກ, ໝາກເມຍ
ຈີນ: ປີງນໍ້, ປີງຫຼາງ
ອັງກິດ: areca palm, areca nut palm, betel palm, Indian nut, Pinang palm
ຕົ້ນໝາກເປັນໄມ້ຢືນຕົ້ນຈຳພວກປາມມີຄວາມສູງປະມານ 10–15 ແມັດ ລຳຕົ້ນຕັ້ງຊື່, ເປັນຕົ້ນດ່ຽວບໍ່ແຕກກີ່ງກ້ານ, ລັກສະນະຂອງລຳຕົ້ນມີຮູບຊົງກະບອກ, ມີຂະໜາດເສັ້ນຜ່າສູນກາງ 8–12 ຊັງຕີແມັດ. ເປືອກລຳຕົ້ນເປັນຮອຍຂັ້ວນຮອບໆຂື້ນໄປຕະຫຼອດລຳຕົ້ນ. ຕົ້ນໝາກຈະມີເນື້ອເປັນສ່ຽນຍາວຈັບຕົວກັນແໜ້ນບໍລິເວນເປືອກນອກເລິກເຂົ້າໄປປະມານ 2 ຊັງຕີແມັດ. ແຕ່ສ່ວນກາງຂອງລຳຕົ້ນເປັນເປັນສ້ຽນບໍ່ອັດແໜ້ນ ແລະ ມີເນື້ອໄມ້ອ່ອນນຸ່ມຄືກັບຟອງນ້ຳຈິ່ງເຮັດໃຫ້ຕົ້ນໝາກໜຽວ ແລະ ສາມາດໂອນໄປມາໄດ້ຫຼາຍ. ໃບ: ເປັນໃບປະກອບແບບຂົນນົກອອກລຽງກັນໜາແໜ້ນຢູ່ປາຍຍອດ, ກ້ານໃບລວມຍາວໄດ້ປະມານ 130–200 ຊັງຕີແມັດ. ໃບຍ່ອຍລັກສະນະເປັນຮູບຫອກ, ປາຍໃບແຫຼມ, ໂຄນໃບຮຽວແຄບ, ໃບອ່ອນມີຮອຍແຍກ, ໃບມີຂະໜາດກວ້າງປະມານ 2.5–6 ຊັງຕີແມັດ ແລະ ຍາວປະມານ 50-70 ຊັງຕີແມັດ. ແຜ່ນໃບລຽບໜາ, ກ້ານໃບຫຸ້ມລຳຕົ້ນ. ດອກ: ຈະອອກດອກຕາມຊອກໂຄນກ້ານໃບ ຫຼື ກາບນອກ ດອກອອກລວມກັນເປັນຊໍ່ຂະໜາດໃຫຍ່ປະກອບໄປດ້ວຍໂຄນຈັບຍືດຕິດຢູ່ທີ່ຂໍ້ຂອງລຳຕົ້ນ. ກ້ານຊໍ່ດອກເປັນເສັ້ນຍາວແຕກອອກໂດຍຮອບແກນກາງ ມີກີບຫຸ້ມຊໍ່ຂະໜາດໃຫຍ່ຍາວປະມານ 40 ຊັງຕີແມັດ ເປັນມັນເງົາ, ມີໃບປະດັບຫຸ້ມຢູ່ ດອກເປັນແບບແຍກເພດຢູ່ເທີງຕົ້ນດຽວກັນ ກີບດອກເປັນສີຂາວແກມສີເຫຼືອງມີ 6 ກີບ ຮຽງເປັນຊັ້ນ 2 ຊັ້ນ ສີຂຽວຍາວປະມານ 5–6 ມີນລີແມັດ. ດອກມີເກສອນຜູ້ 6 ອັນ, ມີເກສອນແມ່ເປັນເສັ້ນ 3 ເສັ້ນບາງໆແຜ່ອອກ. ດອກຜູ້ຈະມີຂະໜາດນ້ອຍ ແລະ ຢູ່ສ່ວນປາຍຂອງກ້ານຊໍ່ດອກ. ສ່ວນດອກແມ່ຂະຂ້ອນຂ້າງໃຫຍ່ ແລະ ຢູ່ທີ່ໂຄນກ້ານຊໍ່ດອກ. ດອກຜູ້ຈະໃຊ້ເວລາຢູ່ປະມານ 21 ວັນ. ຫຼັງຈາກນັ້ນ 5 ວັນ ດອກເພດແມ່ຈະເລີ່ມບານ. ໝາກ: ອອກເປັນແຊງລັກສະນະຂອງໝາກເປັນຮູບຊົງກົມ, ຮູບໄຂ່ປາຍແຫຼມ ຫຼື ເປັນຮູບກະສວຍຂະໜາດນ້ອຍ. ໃນໜື່ງແຊງຈະມີໝາກຢູ່ປະມານ 10–150 ໜ່ວຍ, ຜີວໝາກລຽບມີກາບດອຕິດກັນເປັນຂົ້ວໝາກ, ໝາກມີຂະໜາດກວ້າງປະມານ 5 ຊັງຕີແມັດ ແລະ ຍາວປະມານ 7 ຊັງຕີແມັດ.
ແກ້ພິດໄຂ້ໂດຍການໂດຍການນຳຮາກມາຕົ້ມ ຫຼື ຈະໃຊ້ນຳມາຕົ້ມກັບນ້ຳກິນ ແລະ ອາບເປັນຢາແກ້ໄຂ້ແກ້ຫວັດໄດ້, ໝາກມີສັບພະຄຸນຮັກສາໂຣກເບົາຫວານດ້ວຍການໃຊ້ໝາກທີ່ກິນກັບໃບພູແບບສົດ 1 ໝາກ ນຳມາຜ່າເປັນ 4 ປ່ຽງ ຕົ້ມກັບນ້ຳ 1 ລິດ ຈົນຟົດປະມານ 10 ນາທີ, ໃຊ້ດື່ມກ່ອນອາຫານຄັ້ງລະເຄິ່ງຈອກເຊົ້າ, ສວຍ, ແລງ ເມື່ອນນ້ຳຕານໃນເລືອດຫຼຸດລົງກໍ່ໃຫ້ນຳມາຕົ້ມດື່ມແບບວັນເວັ້ນວັນໄດ້ຊື່ງໝາກຈະມີຣົດຝາດຈິ່ງຊ່ວຍສະໝາກແຜຂອງຜູ້ເປັນພະຍາດເບົາຫວານໃຫ້ເຊົາໄວຂື້ນໄດ້ອີກດ້ວຍ. ເປືອກຂອງໝາກມີຣົດເຜັດອອກລິດຕໍ່ມ້າມ, ກະເພາະ ແລະ ລຳໄສ້ໃຫຍ່ ມີສັບພະຄຸນຊ່ວຍຂັບນ້ຳໃນກະເພາະລຳໄສ້ ແລະ ຊ່ວຍໃນການຍ່ອຍອາຫານ.