ຫາງໝາ / Asian foxtail

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Uraria crinita (L.) Desv. ex DC. / Leguminosae
ຊື່ພ້ອງ
Uraria crinita (L.) Desv.
Uraria crinita var. macrostachya (Wall.) Schindl.
Uraria crinita var. macrostachya Wall.
ຊື່ອື່ນ
ໄທ: ຫາງໝາກະຈອກ, ຫຍ້າຕະຂາບ, ຫຍ້າຫາງແມງ, ຫຍ້າຫາງກະຫອກ, ກັນຕຸຍຊາໂມງ, ຫຍ້າຫາງເສືອ, ຂີ້ໜອນ ແລະ ໜຽວໝາ.
English: cat’s tail ແລະ Asian foxtail.
Chinese: 猫尾草 (māowěi∙cǎo), 长穗猫尾草 (chángsuì māowěi∙cǎo) ແລະ 兔尾草 (tùwěi∙cǎo)
Vietnamese: Đuôi chồn quả đen, Đuôi chó, đuôi cáo, bôn bôn ແລະ hầu vĩ tóc.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ທຸກພາກສ່ວນຂອງລຳຕົ້ນສາກຊາ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-11 ໃບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງປະມານ 3.5 ຊມ, ຍາວ 8-15 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜຽວ, ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຄາຍ. ຫູໃບມີລັກສະນະເປັນເສັ້ນດ້າຍ, ຍາວ 0.5-1 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຮູບຊົງກະບອກ, ກວ້າງ 2-3 ຊມ, ຍາວ 10-40 ຊມ. ດອກຍ່ອຍຈຳນວນຫຼາຍ, ຈັບແກ່ນຊໍ່ດອກຢ່າງໜາແໜ້ນ, ສີມ້ວງອ່ອນ ຫຼື ສີບົວ. ກາບດອກມີ 5 ກາບ. ກີບດອກຮູບດອກຖົ່ວ, ມີ 5 ກີບ, ກວ້າງປະມານ 0.5 ຊມ, ຍາວ 1-2 ຊມ. ກ້ານດອກຍ່ອຍມີຂົນຄັນຄາຍກະຈາຍຢ່າງໜາແໜ້ນ, ປາຍງໍເປັນຂໍ. ເກສອນເພດຜູ້ມີ 10 ອັນ, ຂ້ອນຂ້າງແຂງ. ໝາກເປັນຝັກ, ຮູບຂອບຂະໜານແປ, ກວ້າງປະມານ 3 ມມ, ຍາວປະມານ 1 ຊມ, ມີລັກສະນະເປັນຂໍ້, ພັບໄປມາ, ໝາກແກ່ເປັນສີດຳ, ໝາກແກ່ບໍ່ແຕກ. 

  ພົບຕາມປ່າດົງດິບເຂດສູງ, ປ່າປະສົມ ແລະ ປ່າຝັ່ງນ້ຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ນຳມາຕົ້ມດື່ມແກ້ອາການທ້ອງຂີ້ຮາກ, ນຳມາຝົນກັບເຫຼົ້າ ຫຼື ນ້ຳໝາກນາວດື່ມ ຫຼື ທາແກ້ພິດງູ, ແກ້ພິດຂີ້ເຂັບ, ນຳມາປະສົມກັບຮາກແກບໜູ ແລະ ຮາກຕົ້ນມູກມັນຕົ້ມດື່ມແກ້ອາການທາງລະບົບປະສາດ ແລະ ນຳມາຝົນກັບນ້ຳປູນທາຮັກສາຝີ.
  • ທັ້ງຕົ້ນ: ນຳມາປະສົມກັບຫົວຢາເຂົ້າເຢັນຕົ້ມດື່ມແກ້ເມື່ອຍ, ໃຊ້ເປັນຢາຫ້າມເລືອດ, ລົດໄຂ້, ບັນເທົາອາການໄອ, ໃຊ້ຮັກສາພະຍາດບິດ, ຖອກທ້ອງ, ເນື້ອງອກ, ມ້າມ ແລະ ຕັບໃຫຍ່.

ຄຸນປະໂຫຍດ: 

  • ໃບ: ບົດແລ້ວທາເພື່ອກຳຈັດເຫົາ.
  • ໃບ ແລະ ຊໍ່ດອກ: ນຳໄປໃສ່ໄຫປາແດກໃຫ້ໜອນປາແດກເກາະອອກມາ.
  • ທັງຕົ້ນ: ໃຊ້ປູກເປັນພືດຄຸມດິນ ແລະ ນຳມາເປັນປຸຍໄດ້ດີ.

ພືດປະດັບ: ນຳມາປູກເປັນໄມ້ປະດັບໄດ້ດີ. 

ການປະກອບສ່ວນ