ຕົ້ນໄຫຼ່/ Umbrella plant
APA 6th ed. ຕົ້ນໄຫຼ່/ Umbrella plant. (2022, June 27). Retrieved from https://www.phakhaolao.la/index.php/kb/0001329
MLA 8th ed. ຕົ້ນໄຫຼ່/ Umbrella plant. Pha Khao Lao, 27 June 2022, https://www.phakhaolao.la/index.php/kb/0001329.
Chicago 17th ed. Pha Khao Lao. 2022. "ຕົ້ນໄຫຼ່/ Umbrella plant." Published June 27, 2022. https://www.phakhaolao.la/index.php/kb/0001329.
Cyperus onustus Steud.
Cyperus racemosus Poir.
Eucyperus alternifolius (L.) Rikli
ອັງກິດ: Umbrella plant, Flatsedge ແລະ Umbrella sedge.
ຈີນ: 九龙屠竹 ແລະ 冯车草.
ຈັດເປັນພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ນເປັນລຳເຫງົ້າ, ຢູ່ໃຕ້ດິນ, ແຕກກໍແໜ້ນ, ຕັ້ງຊື່, ກວ້າງປະມານ 1 ຊມ, ສູງ 100-150 ຊມ, ບໍ່ມີກິ່ງກ້ານ. ໃບດ່ຽວ, ອອກວຽນສະຫຼັບບໍລິເວນປາຍຍອດ, ຕົ້ນໜຶ່ງໃບ 18-25 ໃບ, ເປັນກາບຮູບສາມຫຼ່ຽມ, ຮູບແຖບ, ກວ້າງປະມານ 1 ຊມ, ຍາວ 18-19 ຊມ, ໂຄນໃບຕັດ, ຂອບລຽບ, ປາຍແຫຼມ. ຊໍ່ດອກແບບກະຈຸກ, ອອກລວມກັບໃບ, ກວ້າງ 12-20 ຊມ, ສີຂາວປົນຂຽວ, ເມື່ອແກ່ເປັນສີນ້ຳຕານ. ໃບປະດັບຊໍ່ດອກມີ 4-10 ໃບ, ກວ້າງ 6-10 ມມ, ຍາວ 15-25 ຊມ. ຊໍ່ດອກຍ່ອຍເປັນຊໍ່ແບບແຕກແໜງ, ມີ 20-25 ຊໍ່. ດອກຍ່ອຍມີ 8-20 ດອກຕໍ່ຊໍ່ຍ່ອຍ, ສີຂາວປົນຂຽວ. ກາບດອກມີຂະໜາດປະມານ 1 ມມ, ຍາວ 1-2 ມມ. ກ້ານດອກເປັນເສັ້ນນ້ອຍ, ຍາວປະມານ 6-7 ຊມ, ສີຂຽວອ່ອນ. ໝາກແຫ້ງ, ຮູບຮີຍາວ, ຮູບຮີ ຫຼື ຮູບໄຂ່, ມີຂະໜາດກວ້າງປະມານ 0.4-0.5 ມມ, ຍາວ 0.9-1 ມມ, ສີນ້ຳຕານ, ເປືອກແຂງ. ແກ່ນມີ 1 ແກ່ນ.
ສັບພະຄຸນ:
- ຮາກ: ຊ່ວຍຕົ້ມກັບນ້ຳດື່ມ ຫຼື ຕຳກັບເຫຼົ້າຄັ້ນເອົານ້ຳດື່ມເປັນຢາແກ້ຊ້ຳໃນ ແລະ ການຕົກເລືອດ ແລະ ຊ່ວຍຂັບເລືອດເນົ່າເສຍອອກຈາກຮ່າງກາຍ.
- ເຫງົ້າ: ມີລົດຂົມໃຊ້ຕົ້ມເອົານ້ຳດື່ມ ຫຼື ນຳມາບົດເປັນຜົງນຳມາລະລາຍນ້ຳຮ້ອນດື່ມເປັນຢາບຳລຸງຮ່າງກາຍ, ບຳລຸງທາດ, ແກ້ທາດພິການ, ເປັນຢາຊ່ວຍຈະເລີນອາຫານ, ເປັນຢາຂັບເສມຫະ, ແກ້ເສມຫະເປັນພິດ, ຊ່ວຍຂັບນ້ຳລາຍ, ນຳມາຝົນກັບເຫຼົ້າແລ້ວຂົ້ວແລ້ວນຳໄປຕົ້ມຮັບປະທານແກ້ອາການເຈັບທ້ອງນ້ອຍ ຫຼື ຕົກເລືອດໃນແມ່ຍິງຫຼັງເກີດລູກ ແລະ ໃຊ້ເປັນແກ້ພິດງູ.
- ໃບ: ມີຣົດເຢັນ ຊ່ວຍຂ້າພະຍາດພິດ, ຂ້າເຊື້ອພະຍາດພາຍໃນ, ໃຊ້ຕຳພອກເປັນຢາຂ້າເຊື້ອພະຍາດ ຫຼື ຢາພິດທີ່ບາດແຜ.
- ດອກ: ຕົ້ມດື່ມ ຫຼື ອົມບວນປາກເປັນຢາແກ້ພະຍາດໃນປາກ ເຊັ່ນ ປາກເປື່ອຍ, ປາກເປັນແຜ ແລະ ປາກຊີດ.
- ລຳຕົ້ນ: ຊ່ວຍຕົ້ມດື່ມແກ້ທໍ່ນ້ຳດີອັກເສບ, ຊ່ວຍຂັບນ້ຳດີ ແລະ ເປັນຢາທຳລາຍນ້ຳດີເປັນພິດ.
- ທັງຕົ້ນ: ເປັນຢາເຢັນໃຊ້ຟອກເລືອດເຮັດໃຫ້ເລືອດລົມໄຫຼວຽນດີ, ເປັນຢາແກ້ຕົວເຫຼືອງ, ຕາເຫຼືອງແກ້ດີຊານ ແລະ ໃຊ້ເປັນຢາແກ້ປວດເມື່ອຍຕາມຮ່າງກາຍ.
ພືດປະດັບ:
- ທັງຕົ້ນ: ນຳມາປູກເປັນພືດປະດັບ.
ປະໂຫຍດ:
- ຕົ້ນ: ໃຊ້ເປັນວັດຖຸຫັດຖະກຳພື້ນບ້ານ.
- ປູກຊ່ວຍບຳບັດນ້ຳເປື້ອນ ແລະ ຊ່ວຍປັບລະບົບຄວາມສົມດູນທາງລະບົບນິເວດໄດ້.