ເຄືອກະເຈາະນາງສີດາ

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aristolochia pothieri Pierre ex Lecomte / ARISTOLOCHIACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ກຣະເຊົ້າທຸງທອງ.
ຫວຽດນາມ: Sơn dịch pothier.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ, ຍາວ 1-2 ມ,​ ມີຂົນກະຈາຍຢູ່ທົ່ວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ກວ້າງ ຫຼື ຮູບຫົວໃຈ, ມີ 3 ພູ, ກວ້າງ 12-14 ຊມ, ຍາວ 11-15 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບສີຂຽວອົມເທົາ ຫຼື ສີຂຽວອ່ອນ, ມີຂົນປົກຄຸມທັງສອງດ້ານ. ກ້ານໃບຍາວ 3-4 ຊມ. ຊໍ່ດອກແບບກະຈຸກ, ອອກບໍລິເວນງ່າມໃບ. ດອກຍ່ອຍມີ ​5-20 ດອກ, ຮູບຄ້າຍຫຼອດ, ກວ້າງປະມານ 1-2 ຊມ, ສີຂຽວປົນສີນ້ຳຕານ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.5-1.5 ຊມ, ປາຍກີບບານອອກ, ຮູບຂອບຂະໜານ ຫຼື ຮູບໃບພາຍ, ຍາວ 1.3-1.8 ຊມ. ເກສອນເພດຜູ້ຈັບຢູ່ເສົາເກສອນ, ຍາວປະມານ 2 ມມ. ໝາກຮູບໄຂ່ກວ້າງ, ຍາວ 4-4.5 ຊມ. ກ້ານໝາກຍາວ 3-6 ຊມ. ແກ່ນຮູບ 3 ຫຼ່ຽມ, ຍາວ 3-8 ມມ, ລວມມີປີກ, ມີປຸ່ມດ້ານດຽວ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຫົວໃຕ້ດິນ: ຕັດຕົ້ມດື່ມເປັນຢາບຳລຸງກຳລັງ ແລະ ເປັນຢາອາຍຸວັນນະ.
    ໃບ: ຕຳເປັນຢາພອກພາຍນອກ, ຕຳພອກຫົວຊ່ວຍຫຼຸດໄຂ້, ພອກແກ້ພະຍາດຜິວໜັງບາງຊະນິດ ຫຼື ນຳມາເຜົາໄຟໃຫ້ຮ້ອນແລ້ວວາງເທິງທ້ອງ ຫຼື ຜິວໜັງແກ້ອາການບວມ.
 ພືດປະດັບ: ນິຍົມປູກເປັນໄມ້ປະດັບ.

ການປະກອບສ່ວນ