ເຊືອກກ້ຽງ / Laurel
APA 6th ed. ເຊືອກກ້ຽງ / Laurel. (2021, July 16). Retrieved from https://www.phakhaolao.la/index.php/kb/0001263
MLA 8th ed. ເຊືອກກ້ຽງ / Laurel. Pha Khao Lao, 16 July 2021, https://www.phakhaolao.la/index.php/kb/0001263.
Chicago 17th ed. Pha Khao Lao. 2021. "ເຊືອກກ້ຽງ / Laurel." Published July 16, 2021. https://www.phakhaolao.la/index.php/kb/0001263.
Pentaptera coriacea Roxb.
Pentaptera crenulata (Roth) DC.
Pentaptera cuneata DC.
Pentaptera macrocarpa Wall.
Pentaptera maradu G.Don
Pentaptera tomentosa Roxb. ex DC.
Terminalia alata Roth
Terminalia arjuna var. angustifolia C.B.Clarke
Terminalia coriacea (Roxb.) Wight & Arn.
Terminalia coriacea Spreng.
Terminalia crenulata Roth
Terminalia macrocarpa Steud. ex Kurz
Terminalia ovata Rottler ex C.B.Clarke
Terminalia ovata var. angustifolia (Clarke) S.Yadav & M.R.Almeida
Terminalia tomentosa Wight & Arn.
ສາມັນ: Laurel, Black murdah ແລະ Indian laurel.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 20-30 ມ, ເປືອກໜາ, ແຕກເປັນສີ່ແຈສາກ, ສີນ້ຳຕານ ຫຼື ສີເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ ຫຼື ເກືອບກົງກັນຂ້າມກັນ, ຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 5-12 ຊມ, ຍາວ 10-30 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ ຫຼື ມົນ, ໃບອ່ອນມີຂົນສີນ້ຳຕານປົກຄຸມທັງສອງດ້ານ, ໃບແກ່ລຽບ, ແຜ່ນໃບດ້ານລຸ່ມມີຕຸ່ມຄ້າຍຂີ້ກະຕອດ 1-2 ຕ່ອມຂຶ້ນບໍລິເວນໂຄນໃບ. ຊໍ່ດອກແບບກະຈ່າງປະສົມ, ຊໍ່ດອກຍ່ອຍເປັນຊໍ່ແບບຫາງກະຫອກ, ອອກຕາມງ່າມໃບ ຫຼື ປາຍກິ່ງ, ເກືອບທຸກສ່ວນມີຂົນສັ້ນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດເສັ້ນຜ່າສູນກາງ 3-5 ມມ, ສີຂາວອົມຂຽວ ຫຼື ສີຂຽວອ່ອນ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນ 5 ແສກ, ຍາວ 1-2 ມມ, ດ້ານນອກມີຂົນສັ້ນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ດ້ານໃນມີຂົນຍາວ, ບໍ່ມີກີບດອກ. ເກສອນເພດຜູ້ມີ 10 ອັນ. ເຕົ້າໄຂ່ຮູບຊົງກະບອກ, ມີ 1 ຫ້ອງ, ມີ 2 ເມັດໄຂ່, ມີຂົນໜາແໜ້ນ. ໝາກຮູບຮີ, ມີຄີຕາມລວງຍາວ 5 ສັນ, ຂະໜາດທັງໝົດ 3-6 ຊມ, ຜິວລຽບ, ໝາກແກ່ສີນ້ຳຕານ. ແກ່ນມີ 1 ແກ່ນ.
ສັບພະຄຸນ:
ຮາກ: ໃຊ້ເປັນຢາຂັບເສມຫະ.
ເປືອກ: ນຳມາຕົ້ມດື່ມເປັນຢາບຳລຸງຫົວໃຈ, ແກ້ອາການຖອກທ້ອງຂີ້ຮາກ, ຊ່ວຍຂັບປັດສະວະ, ໃຊ້ພາຍນອກເປັນຢາຫ້າມເລືອດ ແລະ ລ້າງບາດແຜ.
ນ້ຳຢາງ: ຮັກສາແຜຊ້ຳ, ຮັກສາພະຍາດເລືອດຈ່າງ ແລະ ແກ້ອາການຖອກທ້ອງຂີ້ຮາກ.
ລຳຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ກະໄສເສັ້ນ, ອາການເຈັບເຄັ່ງຕາມກ້າມເນື້ອ ແລະ ເສັ້ນເອັນ.
ຄຸນປະໂຫຍດ:
ເປືອກ: ໃຊ້ສຳລັບຟອກໜັງ ແລະ ຍ້ອມສີຜ້າໂດຍຈະໃຫ້ສີນ້ຳຕານເຂັ້ມ ຫຼື ສີດຳ.
ເນື້ອໄມ້: ເນື້ອໄມ້ແຂງ, ສາມາດຂັດຊັກເງົາໄດ້ດີສາມາດນຳມາເຮັດເຟີນິເຈີ້ ແລະ ເຄື່ອງມືຕ່າງໆ.
ໃບ: ເປັນອາຫານສັດດລ້ຽງ.
ຂໍ້ມູນວິທະຍາສາດ:
ສານສະກັດເມທານອນຈາກໃບ ແລະ ລຳຕົ້ນແຫ້ງ: ມີຄວາມເຂັ້ມຂຸ້ນ 200 ໄມໂຄກຼາມ/ມິນລີກຼາມ ເຊິ່ງສາມາດຢັບຢັ້ງການເຮັດວຽກຂອງເອັນໄຊມ໌ເຊື້ອໄວຣັສເອດໄດ້ (HIV–1 REVERS TRANSCRIPTASE).
ສານສະກັດດ້ວຍເຫຼົ້າ 50% ຈາກຕົ້ນ: ສາມາດຫຼຸດຄວາມດັນເລືອດໄດ້.
ໝາຍເຫດ: ສານສະກັດທີ່ກ່າວມາຂ້າງເທິງຖ້າຮາກໃຊ້ໃນປະລິມານເກີນໄປຈະເຮັດໃຫ້ເກີດພິດ. ປະລິມານທີ່ເໝາະສົມແມ່ນ 100 ມິນລີກຼາມ/1 ກິໂລກຼາມ.