ຕົ້ນແຂ້ວໝູ / Ton Kheo Mu
APA 6th ed. ຕົ້ນແຂ້ວໝູ / Ton Kheo Mu. (2021, July 16). Retrieved from https://www.phakhaolao.la/index.php/kb/0001261
MLA 8th ed. ຕົ້ນແຂ້ວໝູ / Ton Kheo Mu. Pha Khao Lao, 16 July 2021, https://www.phakhaolao.la/index.php/kb/0001261.
Chicago 17th ed. Pha Khao Lao. 2021. "ຕົ້ນແຂ້ວໝູ / Ton Kheo Mu." Published July 16, 2021. https://www.phakhaolao.la/index.php/kb/0001261.
ຈີນ: 毛紫薇.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງປະມານ 20 ມ, ປາຍຍອດເປັນຟຸ່ມສູງ, ເປືອກແຕກເປັນຮ່ອງເລິກ, ໜາ, ສີນ້ຳຕານດຳ. ໃບດ່ຽວ, ຮຽງກົງກົນຂ້າມ ຫຼື ເກືອບກົງກັນຂ້າມ, ຮູບຫອກ ຫຼື ຮູບໄຂ່, ກວ້າງ 3-4 ຊມ, ຍາວ 6-11 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບມີຂົນສັ້ນສີຂາວປົກຄຸມທັງສອງດ້ານ. ກ້ານໃບຍາວ 0.3-0.8 ຊມ. ຊໍ່ດອກແບບແຕກແໜ່ງ, ແຕກເປັນຮູບປີລະມິດ ຫຼື ຮູບຊົງກະບອກ, ຍາວ 3-8 ຊມ, ອອກຕາມງ່າມໃບ ແລະ ປາຍກິ່ງ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີຂະໜາດ 2-3 ຊມ, ສີຂາວ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ຍາວ 5-6 ມມ, ປາຍແຍກເປັນ 6 ແສກ, ຮູບສາມຫຼ່ຽມ. ກີບດອກຮູບຫອກ ຫຼື ຮູບຮີ, ຍາວ 1.5-3 ມມ, ໂຄນແຄບເປັນກ້ານ, ຂອບເປັນວັກ, ປາຍມົນ. ເກສອນເພດຜູ້ຈຳນວນຫຼາຍ, ບໍ່ສະໝ່ຳສະເໝີກັນ. ໝາກຮູບຮີ, ຂະໜາດ 1.5-2.2 ຊມ, ກາບຫຸ່ມຂວັ້ນຈະເລີນມາຈາກກາບດອກ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ ຫຼື ສີດຳ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ, ສີນ້ຳຕານເຂັ້ມ.
ສັບພະຄຸນ:
ເປືອກ: ຊ່ວຍຮັກສາແຜ ແລະ ແກ້ອາການຖອກທ້ອງ.
ໃບ: ບົດທາຮັກສາພືນຄັນ.
ພືດປະດັບ: ເໝາະສຳລັບປູກເປັນພືດປະດັບ ແລະ ໃຫ້ຮົ່ມເງົາ.
ສິ່ງປຸກສ້າງ:
ເນື້ອໄມ້: ໃຊ້ໃນການປຸກສ້າງເຮືອນ ຫຼື ໃຊ້ເຮັດເພດານ ແລະ ໃຊ້ເຮັດເຄື່ອງມືໃນການກະເສດ.