ຕົ້ນເປືອຍໂຄກ / White Myrtle

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Lagerstroemia calyculata Kurz / Lythraceae
ຊື່ພ້ອງ
Murtughas calyculata Kuntze
ຊື່ອື່ນ
ໄທ: ຕະແບກແດງ, ຕະແບກໜັງ, ຕະແບກໃຫຍ່, ບອງຢາມູ, ເປືອຍ ແລະ ເປືອຍດົງ.
ຊື່ສາມັນ: White Myrtle.
ຫວຽດນາມ: Bằng lăng ổi, Thao lao, Săng lẻ, Bằng lăng tía, Rờ pa ແລະ Tơ ruôn.
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 10-30 ມ, ປາຍຍອດເປັນຟຸ່ມກົມ, ເປືອກແຕກເປັນເກັດ ແລະ ມີຮ່ອງຮອຍຂອງເກັດຕາມລຳຕົ້ນ, ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ ຫຼື ເກືອບກົງກັນຂ້າມກັນ, ຮູບຮີ ຫຼື ຮູບຫອກ, ກວ້າງ 2-8 ຊມ, ຍາວ 10-20 ຊມ, ໂຄນນໃບມົນ ຫຼື ຕັດຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ໃບອ່ອນມີຂົນສີນ້ຳຕານປົກຄຸມທັງສອງດ້ານ, ໃບແກ່ຜິວໃບດ້ານເທິງຂ້ອນຂ້າງລຽບ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານປົກຄຸມ. ກ້ານໃບກົມ, ຍາວ 0.5-1 ຊມ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ, ຍາວ 10-30 ຊມ, ມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີມີເສັ້ນຜ່າສູນກາງ 0.5-1.5 ຊມ, ສີຂາວ, ສີບົວ ຫຼື ສີມ່ວງ. ກາບດອກເຊື່ອມຕິດກັນເປັນຖ້ວຍ, ຍາວປະມານ 6 ມມ, ປາຍແຍກເປັນ 6 ແສກ, ຮູບສາມຫຼ່ຽມ, ດ້ານນອກມີຂົນສັ້ນນຸ້ມສີນ້ຳຕານ. ກີບດອກມີ 6 ກີບ, ຮູບບ່ວງ ຫຼື ຮູບໄຂ່ປີ້ນ, ຍາວ 5-8 ມມ, ປາຍແຫຼມ, ຂອບເປັນຍັກ. ເກສອນເພດຜູ້ຈຳນວນຫຼາຍ, ບໍ່ສະເໝີກັນ. ໝາກຮູບກົມ, ຂະໜາດ 0.6-1 ຊມ, ບໍລິເວນຂວັ້ນມີກາບດອກຕິດເປັນຮູບຖ້ວຍ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ ຫຼື ສີດຳ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ, ມີປີກ, ສີນ້ຳຕານເຂັ້ມ. 

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ແກ້ອາການປວດເມື່ອຍຕາມຮ່າງກາຍ.
    ເປືອກ: ໃຊ້ປຸງເປັນຢາແກ້ຫວັດ, ລົງແດງ ແລະ ເປັນມູກເລືອດ.
    ເປືອກ ແລະ ແກນໄມ້: ຕົ້ມດື່ມແກ້ໄຂ້ຫວັດ, ແກ້ມູກເລືອດ, ບັນເທົາອາການຖອກທ້ອງ, ແກ້ພະຍາດບິດ, ຊ່ວຍແກ້ພິດ, ແກ້ລົງແດງ, ແກ້ພິດສານເສບຕິດ, ຕົ້ມອາບຮັກສາຜິວໜັງ, ຮັກສາກາກເກື້ອນຈາກເຊື້ອຣາ ແລະ ຮັກສາຟົດຜື່ນຄັນ.
    ຂວັ້ນດອກ: ຊ່ວຍບຳລຸງຫົວໃຈ, ບຳລຸງປອດ, ບຳລຸງຕັບ, ບຳລຸງເດັກໃນຄັນ, ບຳລຸງຈິດ, ໃຊ້ເປັນຢາແກ້ລົມ, ແກ່ອາການໜ້າມືດ, ຕາລາຍ, ວຽນຫົວ, ປວດຮາກ, ແກ້ອາການຈຸກແໜ້ນຊ່ວງເອິກ, ທ້ອງອືດ, ແກ້ລົມ ຫຼື ອາການອ່ອນເພຍຫຼັງຈາກດີໄຂ້ໃໝ່, ໃຈສັ່ນ, ເປັນຢາແກ້ໄຂ້ຕົວຮ້ອນ, ຊ່ວຍຂັບເຫື່ອ, ຂັບເສມຫະ, ຮັກສາອາການທາງລະບົບໄຫຼວຽນເລືອດ ແລະ ປຸງເປັນຢາແກ້ໄຂ້.
    ດອກ: ຕົ້ມດື່ມແກ້ຖອກທ້ອງ, ຊ່ວຍບຳລຸງເລືອດ ແລະ ບຳລຸງຮ່າງກາຍ, ບົດທາພາຍນອກຮັກສາແຜ, ຫ້າມເລືອດ, ຮັກສາພະຍາດຜິວໜັງ ແລະ ຮັກສາຜື່ນຄັນ.

ສິ່ງປຸກສ້າງ:

    ເນື້ອໄມ້: ເນື້ອໄມ້ລະອຽດປານກາງ, ເປັນມັນ, ແຂງ, ໜຽວ, ເລື່ອຍ ແລະ ຕົບແຕ່ງງ່າຍ, ຊັກເງົາໄດ້ດີເໝາະສຳລັບການກໍສ້າງບ້ານເຮືອນ.
ພືດປະດັບ: ດອກມີສີສັນສວຍງາມເໝາະສຳລັບປູກເປັນພືດປະດັບ ແລະ ໃຫ້ຮົ່ມເງົາ

    ເນື້ອໄມ້: ໃຊ້ເປັນເຊື້ອໄຟໄດ້ເປັນຢ່າງດີ.
ໝາຍເຫດ: ເປັນໄມ້ລາຄາແພງ ແລະ ຫາຍາກ ມີຄວາມສ່ຽງຕໍ່ການສູນພັນ.

ການປະກອບສ່ວນ