ເຄືອຄຳແດງ/Kher kham daeng

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cissus discolor Blume / VITACEAE
ຊື່ພ້ອງ
Cissus javana DC.
Cissus marmorea G.Don
Cissus sessilis Amshoff
Cissus sicyoides Klein ex Steud.
Vitis bracteata Noronha
Vitis costata Wall.
Vitis discolor (Blume) Dalzell
Vitis diversifolia Wall.
Vitis inaequalis Wall.
ຊື່ອື່ນ
ໄທ: ຄາດຕະກົ່ວເຄືອ, ຫຼັງແດງ, ເອັນເຂົາ, ຄຳແດງ ແລະ ຫຸ່ນສາມສີ.
ອັງກິດ: Climbing Begonia.
ຫວຽດນາມ: Hồ đằng java ແລະ Hồ đằng hai màu.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມເລືອ ຫຼື ໄມ້ເຄືອ. ລຳຕົ້ນຍາວ 2-10 ມ, ລຳຕົ້ນ ແລະ ກິ່ງມີລັກສະນະເປັນຂົນຕາມຍາວ 5-6 ສັນ, ກ້ຽງ ຫຼື ມີຂົນອ່ອນນຸ້ມ, ມີມືເກາະປາຍແຍກເປັນ 2 ແສກ, ຍອດເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 3-7 ຊມ, ຍາວ 6-15 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບໃບເປັນແສກແຂ້ວເລືອຍ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວໃບດ້ານເທິງມີແຖບສີຂຽວແກມສີເທົາເປັນແຖວຄູ່, ຜິວໃບດ້ານລຸ່ມເປັນສີແດງເຂັ້ມ, ມີຂົນຂາວກະຈາຍບໍລິເວນເສັ້ນກ່າງໃບ. ກ້ານໃບຮູບກົມ, ຍາວ 3-5 ຊມ, ສີແດງ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລິເວນງ່າມໃບ ແລະ ປາຍຍອດ, ຍາວ 0.6-4 ຊມ, ມີຂົນ. ດອກຍ່ອຍຈຳນວນຫຼາຍ, ອອກແບບກະຈຸກ. ກາບດອກເປັນພູຕື້ນ, ສີແດງ. ກີບດອກຮູບຮີ, ຍາວປະມານ 2.5 ຊມ, ມີສີຂາວ, ປາຍເປັນສີແດງ. ເກສອນເພດຜູ້ຮູບໄຂ່ ຫຼື ຮູບຂອບຂະໜານ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມຫຼື ຮູບຮີ, ມີຂະໜາດປະມານ 5 ມມ, ໝາກສຸກເປັນສີມ່ວງດຳ.

ບັນຍາຍການນຳໃຊ້

ອາຫານ:
    ໃບ ແລະ ຍອດອ່ອນ: ດິບ ຫຼື ສຸກຮັບປະທານເປັນຜັກໄດ້ ແລະ ຍັງສາມາດນຳມາປຸງລົດຊາດອາຫານ.
ສັບພະຄຸນ:
    ຮາກ ແລະ ໃບ: ຮັກສາອາການປວດທ້ອງ ແລະ ໃຊ້ຮັກສາອາການຄັນ.
    ໃບ: ນຳມາຂະຍີ້ທາແກ້ກາກເກື້ອນ ແລະ ນຳໄປຍ້າງໄຟແລ້ວນຳມາຂະຍີ້ທາຜິວໜັງຮັກສາແຜຕຸ່ມຄັນ.
    ທັງຕົ້ນ: ນຳມາທັບປະຄົບບໍລິເວນເຈັບກະດູກ.
ພືດປະດັບ: ໃຊ້ປູກເປັນໄມ້ປະດັບຕາມຮົ້ວບ້ານຮົ້ວສວນ.

ການປະກອບສ່ວນ