ປີກແມງສາບ / Pellonia

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Procris repens (Lour.) B.J.Conn & Hadiah / URTICACEAE
ຊື່ພ້ອງ
Begonia daveauana Godefroy
Elatostema daveauana (Godefroy) Hallier f.
Elatostema gibbosum Kurz
Elatostema pulchrum (N.E.Br.) Hallier f.
Elatostema repens (Lour.) Hallier f.
Elatostema repens var. pulchrum (N.E.Br.) H.Schroet.
Elatostema repens var. viride (N.E.Br.) H.Schroet.
Pellionia annamica Gagnep.
Pellionia daveauana (Godefroy) N.E.Br.
Pellionia daveauana var. viridis N.E.Br.
Pellionia pulchra N.E. Br.
Polychroa repens Lour.
Procris gibbosa Wall.
ຊື່ອື່ນ
ໄທ: ກອມກໍຫຼອດຂອນ, ກ້າມປູ, ສ້ອຍຫ້ວຍ, ສິງຫົງ, ເປີບຜາ, ຫູດິນ ແລະ ປີກແມງສາບ.
ອັງກິດ: Pellonia, ແລະ Trailing watermelon begonia, Wavy Watermelon Begonia, Satin Creeper, Rainbow Vine ແລະ Sisek Naga.
ຈີນ: 吐烟花.
ຫວຽດນາມ: Tai đá, Mầm đá, Phu lệ bò, Sam đá ແລະ Thổ yên hoa.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນເລືອໄປຕາມພື້ນດິນ, ຫີນ ແລະ ຂອນໄມ້, ຍາວ 20-60 ຊມ, ເນື້ອອວບນ້ຳ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຫອກ ຫຼື ຮູບຮີ, ກວ້າງ 1.2-3.7 ຊມ, ຍາວປະມານ 1.8-7 ຊມ, ໂຄນໃບບ້ຽວ ຫຼື ຮູບຫົວໃຈ, ຂອບເປັນວັກມົນຕື້ນ, ປາຍແຫຼມ, ແຜ່ນໃບໜາອວບນ້ຳ, ຜິວໃບດ້ານເທິງສີຂຽວເຂັ້ມ ຫຼື ມີລວດລາຍຫຼາຍສີ, ລຽບ, ດ້ານລຸ່ມສີຂຽວອ່ອນ ຫຼື ສີນ້ຳຕານແດງ, ມີຂົນປົກຄຸມບາງໆ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ກ້ານຊໍ່ດອກຮູບກົມ, ຍາວ 3-10 ຊມ, ມີຂົນອ່ອນນຸ້ມ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດນ້ອຍ, ດອກແຍກເພດ, ສີຂາວອົມຂຽວ. ໝາກແຫ້ງ, ຮູບກົມຂະໜາດນ້ອຍ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ທັງຕົ້ນ: ແກ້ອາການໄອເປັນເລືອດ, ຮັກສາຝີອັກເສບ, ຮັກສາພະຍາດເຈັບທ້ອງບິດ, ແກ້ອາການຕົກຂາວຂອງຜູ້ຍິງ ແລະ ຮັກສາພະຍາດໜອງໃນ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບໃນໂຖ.
ສິ່ງທີ່ຄວນລະວັງ:
    ໃບ: ມີຂົນທີ່ເປັນພິດທີ່ເຮັດໃຫ້ເກີດການລະຄາຍເຄືອງຜິວໜັງ.
    ຜູ້ຍິງຕັ້ງຄັນຫ້າມຮັບປະທານສະໝູນໄພຊະນິດນີ້ເພາະອາດຈະເຮັດໃຫ້ແທ້ງລູກໄດ້.

ການປະກອບສ່ວນ