ໜອນຂີ້ຄວາຍ / Non Khi Khwai

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gironniera subaequalis Planch. / ULMACEAE
ຊື່ພ້ອງ
Gironniera amboinensis Lauterb.
Gironniera blumei Gand.
Gironniera borneensis Gand.
Gironniera chinensis Benth.
Gironniera costata Miq.
Gironniera ferruginea Gand.
Gironniera korthalsii Gand.
Gironniera longifolia Craib
Gironniera mollissima Gagnep.
Gironniera nervosa var. subaequalis (Planch.) Kurz
Gironniera subaequalis var. brevistylis Blume
Gironniera subaequalis var. papuana J.J.Sm.
Gironniera subaequalis var. scabrida Blume
Gironniera subaequalis var. serrulata Blume
Gironniera sumatrana Gand.
Helminthospermum scabridum Thwaites
Sponia annulata Teijsm. & Binn.
ຊື່ອື່ນ
ໄທ: ໜອນຂີ້ຄວາຍ, ຂົນໜອນ, ເຂົາກວາງ, ຈາມ, ຈຳປາປ່າ, ເຊັນ ແລະ ລົງແປ້ງ.
ຈີນ: 榆科 ແລະ 白颜树.
ຫວຽດນາມ: Ngát vàng, Ki gần bằng ແລະ Co van lun.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 25 ມ, ແຕກກິ່ງກ້ານຕ່ຳ, ກິ່ງອ່ອນມີຂົນສີນ້ຳຕານ ຫຼື ສີເຫຼືອງກະຈາຍຢ່າງໜາແໜ້ນ, ເປືອກນອກລຽບ ຫຼື ແຕກເປັນເກັດ, ສີຂຽວອົມເທົາ ຫຼື ສີນ້ຳຕານອົມເທົາ, ເປືອກໃນສີເຫຼືອງອ່ອນ. ໃບດຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 4-9 ຊມ, ຍາວ 10-20 ຊມ, ໂຄນໃບແຫຼມ ຫຼື ບ້ຽວ, ຂອບລຽບ ຫຼື ເປັນແສກບໍລິເວນສ່ວນປາຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບມັນທັງສອງດ້ານ ຫຼື ມີຂົນກະຈາຍບໍລິເວນເສັ້ນກ່າງໃບ. ກ້ານໃບຍາວ 0.5-2 ຊມ. ຕາຍອດຮູບໄຂ່ ຫຼື ຮູບຈວຍ, ຍາວ 1-3 ຊມ, ມີຂົນກະຈາຍຢ່າງໜາແໜ້ນ. ຫູໃບຊ້ອນກັນ 1 ຄູ່, ຫຼົ່ນງ່າຍ. ດອກແຍກເພດຕ່າງຊໍ່ໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບແຕກແໜງ, ຫ້ອຍລົງ, ຍາວປະມານ 8 ຊມ. ດອກຍ່ອຍມີຈຳນວນຫຼາຍມີປະມານ 100 ດອກ. ຊໍ່ດອກເພດແມ່ຊໍ່ດອກແບບແຕກແໜງກວ້າງ, ຍາວປະມານ 2.5 ຊມ. ດອກຍ່ອຍມີ 2-10 ດອກ. ໝາກເປັນຊໍ່ຍາວປະມານ 5 ຊມ, ໝາກມີ 5-8 ໜ່ວຍ, ຮູບໂຖ, ກວ້າງ 0.5-0.8 ຊມ, ຍາວ 0.7-1.2 ຊມ, ປາຍມີກ້ານຮວງຮັບລະອອງເກສອນຕິດຈົນເປັນໝາກ, ມີລັກສະນະຄືເສັ້ນດ້າຍ, ຜິວມີຂົນລະອຽດເມື່ອອ່ອນ, ໝາກແກ່ມີສີສົ້ມຂຸ້ນ ແລະ ຜິວຂ້ອນຂ້າງລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ເປືອກຕົ້ນ: ຮັກສາມະເຮັງ ແລະ ຄຸມທາດ.
    ເນືອໄມ້: ຊ່ວຍຂັບລົມ, ແກ້ໄຂ້, ຂັບປັດສະວະເປັນພິດ, ຂັບພະຍາດພິດ ແລະ ຮັກສາກາກເກື້ອນ.
    ແກນໄມ້: ບຳລຸງເລືອດ, ບຳລຸງກະດູກ, ຂັບປັດສະວະ ແລະ ຂັບລົມ.
    ໃບ: ແກ້ພິດເສມຫະ, ແກ້ເລືອດເປັນພິດ, ແກ້ອາການເຈັບຄໍ, ໝາກໄຂ່ຫຼັງອັກເສບ ແລະ ຮັກສາອາການທາງເດີນປັດສະວະອັກເສບ.
    ດອກ: ຊ່ວຍຂັບປັດສະວະ.
ພືດເສັ້ນໄຍ:
    ເສັ້ນໄຍຈາກເປືອກ: ໃຊ້ເຮັດເສັ້ນເຊືອກຍິບກະດາດ.
ຄຸນປະໂຫຍດ:
    ເນື້ອໄມ້: ໃຊ້ສຳລັບການກໍ່ສ້າງເບົາ ແລະ ໃຊ້ເຮັດເຟີນິເຈີ່.

ການປະກອບສ່ວນ