ປໍແດງ
APA 6th ed. ປໍແດງ. (2021, July 16). Retrieved from https://www.phakhaolao.la/index.php/kb/0001248
MLA 8th ed. ປໍແດງ. Pha Khao Lao, 16 July 2021, https://www.phakhaolao.la/index.php/kb/0001248.
Chicago 17th ed. Pha Khao Lao. 2021. "ປໍແດງ." Published July 16, 2021. https://www.phakhaolao.la/index.php/kb/0001248.
Southwellia angustifolia Wight
Southwellia balanghas Spach
ສາມັນ: Narthondi, Pavizhathondi, Pavizhathondi ແລະ Narthondi.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 6-20, ເປືອກນອກບາງ, ລອກໄດ້, ສີນ້ຳຕານ ຫຼື ສີຄີມ, ມີປ່ອງອາກາດສີນ້ຳຕານຂະໜາດໃຫຍ່, ຜິວລຽບ ຫຼື ມີຂົນສີນ້ຳຕານແດງ, ກິ່ງ ແລະ ຍອດມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 3-15 ຊມ, ຍາວ 10-30 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຮູບດາວສີນ້ຳຕານປົກຄຸມທັງສອງດ້ານ, ໃບອ່ອນມີຂົນສີທອງ ຫຼື ສີນ້ຳຕານປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບໃກ້ກັບປາຍກິ່ງ, ຍາວ 10-20 ຊມ. ດອກຍ່ອຍຈຳນວນຫຼາຍ, ດອກແຍກເພດຕ່າງຕົ້ນກັນ, ສີບົວ ຫຼື ສີແດງ, ມີຂົນກະຈາຍຢ່າງໜາແໜ້ນ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ມີຂະໜາດ 5-10 ມມ, ປາຍແຍກອອກເປັນຫຼາຍແສກ, ປາຍມ້ວນກັບທາງຫຼັງ. ກີບດອກມີ 5 ແສກ, ຍາວ 0.5-0.7 ຊມ, ມີຂົນກະຈາຍຢ່າງໜາແໜ້ນ. ດອກເພດຜູ້ມີເກສອນເພດຜູ້ທີ່ສົມບູນ ແລະ ເກສອນເພດຜູ້ທີ່ເປັນໝັ່ນປະມານ 10 ອັນ. ດອກເພດແມ່ມີເຕົ້າແຍກອອກເປັນ 5 ອັນ, ໂຄນຈັບຢູ່ກ້ານຊູດຽວກັນ. ໝາກກຸ່ມ, ມີໝາກຍ່ອຍ 5 ໜ່ວຍ, ອອກແບບດິ້ວຄັນຮົ່ມ, ຮູບຮີ, ເປືອກມີຂົນສີນ້ຳຕານ, ໝາກແກ່ເປັນສີແດງສົດ, ໝາກແຫ້ງແລ້ວແຕກຕາມທາງຫຼັງ. ແກ່ນມີ 3-6 ແກ່ນ, ຈັບຢູ່ຂອບ, ຮູບກົມ, ສີດຳເຂັ້ມລຽບມັນ.
ພືດເສັ້ນໄຍ:
ເປືຶອກ: ມີເສັ້ນໄຍທີ່ໜຽວສາມາດນຳເຮັດເຊືອກໄດ້.
ສັບພະຄຸນ:
ເປືອກຕົ້ນ: ໃຊ້ຕົ້ມດື່ມເປັນຢາຂັບເສມຫະ ແລະ ອາຈົມ, ຊ່ວຍຂັບເລືອດ, ຂັບລົມພິດ, ຊ່ວຍຂັບເຫື່ອ, ຊ່ວຍລະລາຍເສມຫະ, ເປັນຢາແກ້ບິດ, ນຳມາຕົ້ມດື່ມຊ່ວຍແກ້ອາການບວມ, ຊ່ວຍຂັບປັດສະວະ, ຮັກສາພະຍາດໄສ້ເລື່ອນໄດ້ດີ ແລະ ອາການແກ້ອາການເຈັບຂໍ້.
ເປືອກ, ໝາກ ແລະ ແກ່ນ: ເປັນຢາສັບພະຄຸນເປັນຢາລະບາຍອ່ອນໆ ແລະ ໃຊ້ປຸງເປັນຢາແກ້ໝາກໄຂ່ຫຼັງອັກເສບ.
ໃບ: ເປັນຢາລະບາຍ.
ເປືອກຫຸ້ມແກ່ນ: ມີສັບພະຄຸນຊ່ວຍແກ້ອາການຂາດນ້ຳ ແລະ ແກ້ລຳໄສ້ອັກເສບ.
ນ້ຳຈາກເປືອກ: ເປັນຢາຮັກສາແຜໃນທ້ອງ ແລະ ຮັກສາພະຍາດໝາກໄຂ່ຫຼັງອັກເສບ.
ໝາກ: ແກ້ອາການຖອກທ້ອງ, ຮັກສາແຜໃນກະເພາະ ແລະ ລຳໄສ້.
ແກ່ນ: ຮັກສາບາດແຜ່.
ພືດປະດັບ:
ດອກ ແລະ ໝາກ: ມີຄວາມສວຍງາມ ແລະ ເປັນຕົ້ນໄມ້ຂະໜາດນ້ອຍ, ມີຮູບຊົງທີ່ສວຍງາມເໝາະສຳລັບປູກເປັນໄມ້ປະດັບ.
ຄຸນປະໂຫຍດ:
ເປືອກ: ໃຊ້ເຮັດເຄື່ອງຈັກສານ ແລະ ເຄື່ອງໃຊ້ສອຍ.
ເນື້ອໄມ້: ໃຊ້ເຮັດເຄື່ອງມືທາງການກະເສດ.
ນ້ຳມັນຈາກແກ່ນ: ໃຊ້ໃນການປຸງອາຫານ ແລະ ຈູດໄຟ.