ຫອນໄກ່ດົງ / Hon Kai Dong

ການນຳໃຊ້
ພະລັງງານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Harpullia cupanioides Roxb. / SAPINDACEAE
ຊື່ພ້ອງ
Cupania rupestris Cambess.
Harpullia blancoi Fern.-Vill.
Harpullia confusa Blume
Harpullia imbricata Thwaites
Harpullia juglandifolia Blume
Harpullia rupestris Blume
Otonychium imbricatum Blume
Ptelea arborea Blanco
Seringia lanceolata Blanco
Tina rupestris Blume
ຊື່ອື່ນ
ໄທ: ຫງອນໄກ່ດົງ, ຂາງຂາວ ແລະ ພິກປ່າ.
ຈີນ: 假山萝.
ຫວຽດນາມ: Cây xơ, Xơ ແລະ Trường cụp.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 20 ມ, ເປືອກນອກບາງ, ລຽບ ຫຼື ແຕກເປັນເກັດຂະໜາດນ້ອຍ, ສີເທົາປົນສີນ້ຳຕານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກວຽນສະຫຼັບ. ກ້ານໃບຮູບກົມ, ຍາວ 15-25 ຊມ. ໃບຍ່ອຍຮູບຮີ ຫຼື ຮູບຫອກ, ອອກກົງກັນຂ້າມ ຫຼື ເກືອບກົງກັນຂ້າມກັນ, ກວ້າງ 2-4 ຊມ, ຍາວ 6-12 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສັ້ນກະຈາຍຫ່າງໆ, ຍອດອ່ອນມີຂົນສີນ້ຳຕານກະຈາຍຢ່າງໜາແໜ້ນ. ກ້ານໃບຍ່ອຍຍາວ 5-8 ມມ. ຊໍ່ດອກແບບກະຈະບາງ, ອອກບໍລິເວນງ່າມໃບ ຫຼື ປາຍຍອດຫ້ອຍລົງ. ດອກຍ່ອຍມີຈຳນວນຫຼາຍ, ດອກແຍກເພດ, ມີກິ່ນຫອມ, ສີຂາວ. ກ້ານດອກຍ່ອຍຍາວ 6-8 ມມ. ກາບດອກມີ 5 ກາບ, ຮູບໄຂ່, ກວ້າງປະມານ 5 ມມ, ສີຂຽວ. ກີບດອກມີ 5 ກີບ, ຮູບໄຂ້, ກວ້າງ 8-10 ມມ. ເກສອນເພດຜູ້ມີ 5 ອັນ, ສັ້ນກວ່າກີບດອກເລັກນ້ອຍ. ໝາກຮູບກົມ ຫຼື ຮູບຮີ, ຂະໜາດ 2-3 ຊມ, ໝາກອ່ອນມີຂົນສີນ້ຳຕານອ່ອນປົກຄຸມຢ່າງແໜ້ນ, ໝາກສຸກສີເຫຼືອງອົມຂຽວ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນຮູບໄຂ່ ຫຼື ຮູບຮີ, ຂະໜາດ 1.3-1.5 ຊມ, ເນື້ຶອຫຸ້ມເມັດສີເຫຼືອງ ຫຼື ສີແດງສົ້ມ, ແກ່ນສີດຳລຽບມັນ.

ບັນຍາຍການນຳໃຊ້

ສິ່ງປຸກສ້າງ:
    ເນື້ອໄມ້: ໃຊ້ສຳລັບກໍ່ສ້າງພາຍໃນ.
ສັບພະຄຸນ:
    ນ້ຳມັນສະກັດຈາກແກ່ນ: ໃຊ້ທາພາຍນອກຮັກສາພະຍາດໄຂຂໍ້ອັກເສບ ແລະ ແກ້ອາການເຈັບຄໍ.
    ນ້ຳຈາກເປືອກ ແລະ ໝາກ: ໃຊ້ບັນເທົາຄວາມເຈັບ.
ພະລັງງານ: ໃຊ້ເປັນເຊື້ອເພີງ ແລະ ເຮັດຖ່ານ.
ຄຸນປະໂຫຍດ:
    ເນື້ອໄມ້: ໃຊ້ສະລັບເຮັດຕູ້, ເຟີນິເຈີ້, ໄມ້ອັດ ແລະ ອື່ນ.
    ເປືອກ ແລະ ໝາກ: ບາງຄັ້ງໃຊ້ແທນສະບູ່, ໃຊ້ທາພາຍນອກປ້ອງກັນປິງ, ທາກ ແລະ ໃຊ້ເປັນຢາເບື່ອປາ.

ການປະກອບສ່ວນ