ເຄືອເຂົາຄວາຍ / Khao Khwai

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Uncaria scandens (Sm.) Hutch. / RUBIACEAE
ຊື່ພ້ອງ
Cephalanthus cavaleriei H.Lév.
Nauclea pilosa (Roxb.) Blume
Nauclea pilosa (Roxb.) Spreng.
Nauclea scandens Sm.
Uncaria pilosa Roxb.
Uncaria wangii F.C.How
Uruparia pilosa (Roxb.) Kuntze
ຊື່ອື່ນ
ໄທ: ເຂົາຄວາຍໄມ້ວ້ອງ, ກຽວໂຊ້, ເຂົາຄວາຍແມ່ວ້ອງ, ເຂົາຄວາຍແມ່ລູບ, ໂງບ ແລະ ອີ່ໂງບ.
ຈີນ: 攀茎钩藤.
ອັງກິດ: Borohi-ankara ແລະ Borhi-kata.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ົນເປັນລຳເຄືອ, ແຕກກິ່ງຕັ້ງສາກກັບລຳຕົ້ນ ຫຼື ເຄືອ, ກິ່ງອ່ອນລຽບກ້ຽງ, ຮູບສີ່ຫຼ່ຽມ, ມີຂົນກະຈາຍໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກວ້າງ 3-5.5 ຊມ, ຍາວ 10-15 ຊມ, ໂຄນໃບບ້ຽວ ຫຼື ວ້ຳຕື້ນ, ຂອບລຽບຫຼື ເປັນຄື້ນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານເທິງສີຂຽວອ່ອນ, ມີຂົນສັ້ນກະຈາຍຫ່າງ. ກ້ານໃບຍາວ 3-6 ມມ, ມີຂົນຍາວ ແລະ ມີໜາອ່ອນຍາວໂຄ້ງງໍອອກລິເວນງ່າມໃບ, ເມື່ອແກ່ຈະສັ້ນນູນ. ຊໍ່ດອກແບບກະຈຸກກົມ, ມີ 5-7 ຊໍ່, ອອກບໍລິເວນງ່າມໃບ. ກ້ານຊໍ່ດອກຍາວ 3-7 ຊມ. ດອກຍ່ອຍຈຳນວນຫຼາຍ, ຈັບແໜ້ນໃນຖານດອກດຽວກັນ, ຮູບດອກເຂັມ, ມີຂະໜາດນ້ອຍ, ສີເຫຼືອງອ່ອນ. ໃບປະດັບດອກຍາວ 4-9 ມມ. ກີບດອກຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວປະມານ2 ມມ. ໝາກແຫ້ງ, ເປັນແທ່ງຍາວຂະໜາດນ້ອຍ, ຍາວ 6-9 ມມ, ໝາກແກ່ແຕກອອກເປັນ 2 ແສກ. ແກ່ນມີຈຳນວນຫຼາຍ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ນຳມາປຸງເປັນຢາຂັບປັດສະວະ, ເປັນຢາຂັບໜິ້ວໃນໝາກໄຂ່ຫຼັງ, ແກ້ປວດເຈັບຫຼັງ ແລະ ເຈັບແອວ.
    ຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ປວດເມື່ອຍ.
ພືດປະດັບ: ນຳມາປູກເປັນຟຸ່ມໄມ້ປະດັບທົ່ວໄປ.

ການປະກອບສ່ວນ