ເໝີດຄົນດົງ / Mueat Khon Dong

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Helicia formosana Hemsl. / PROTEACEAE
ຊື່ພ້ອງ
Helicia formosana f. acuminata Hayata
Helicia formosana var. oblanceolata Sleumer
Helicia formosana f. subintegra Hayata
ຊື່ອື່ນ
ໄທ: ເມືດຄົນດົງ, ເຂັມ, ຜັກຫຍູ, ໜຽງກຣຸບ ແລະ ເໝີອດຄົນຂາວ.
ຈີນ: 山龙眼.
ຫວຽດນາມ: Chẹo thui đài loan, Mạ sưa đài loan ແລະ Quắn hoa đài loan.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ບໍ່ປ່ຽນໃບ. ລຳຕົ້ນສູງ 3-10 ມ, ແຕກກິ່ງຕ່ຳ, ເປືອກນອກບາງ, ລຽບ, ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຫອກປີ້ນ ຫຼື ຮູບຂອບຂະໜານ, ກວ້າງ 2.5-7 ຊມ, ຍາວ 10-20 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບໜາແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ແຕ່ມີຂົນກະຈາຍຕາມເສັ້ນກາງໃບ, ຍອດອ່ອນເປັນສີນ້ຳຕານ. ກ້ານໃບມີໂຄນໃຫຍ່, ຍາວ 3-10 ມມ. ຊໍ່ດອກແບບຫາງກະຮອກ, ອອກຕາມງ່າມໃບຫ້ອຍລົງ, ຍາວ 10-24 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຍາວ 1-2 ມມ. ກ້ານດອກຍາວ 3-5 ມມ, ສີຂາວ ຫຼື ສີເຫຼືອງ. ກາບດອກຮູບຫອກ, ຍາວ 0.5-1 ມມ, ສີມ່ວງປົນສີຂາວ. ກີບດອກຮູບແຖບ ຫຼື ຮູບບ່ວງ, ຍາວ 1.5-2 ຊມ. ເຕົ້າໄຂ່ຮູບໄຂ່, ຜິວລຽບ. ໝາກຮູບກົມ, ມີເສັ້ນຜ່າສູນກາງ 1.5-3 ຊມ, ປາຍຕິ່ງແຫຼມ, ເປືອກແຂງ, ຜິວກ້ຽງ ຫຼື ມີຂົນສີນ້ຳຕານ. ແກ່ນມີ 1 ແກ່ນ, ຂະໜາດໃຫຍ່.

ບັນຍາຍການນຳໃຊ້

ສັບພະຄຸນ:
    ເປືອກຕົ້ນ: ນຳມາຕົ້ມ ຫຼື ຝົນດື່ມຊ່ວຍຂັບນ້ຳຄາວປາ.
ພືດປະດັບ:
    ຊໍ່ດອກ: ມີຄວາມສວຍງາມເໝາະສຳລັບປູກປະດັບໃນຮົ່ມ.
ຄຸນປະໂຫຍດ:
    ຜົນ: ເປັນອາຫານຂອງສັດປ່າ.

ການປະກອບສ່ວນ