ດອກໄສ້ໄກ່ / Dork Sai Kai

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Jasminum scandens Vahl / OLEACEAE
ຊື່ພ້ອງ
Jasminum laetum Wall. ex G.Don
Jasminum sambac var. scandens (Retz.) Kuntze
Jasminum scandens var. laetum (Wall. ex G.Don) Kurz
Mogorium scandens (Retz.) Lam.
Nyctanthes scandens Retz.
ຊື່ອື່ນ
ໄທ: ມະລິໄສ້ໄກ່, ໄສ້ໄກ່ນ້ອຍ, ໄສ້ໄກ່, ສ້ຽວຕົ້ນ ແລະ ສ້ຽວຜີ.
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມເຄິ່ງໄມ້ເຄື່ອ. ລຳຕົ້ນເກາະພັນ, ຍອດອ່ອນມີຂົນອ່ອນນຸ້ມ. ໃບດ່ຽວອອກຮຽວກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຫອກ, ກວ້າງ 1.5-4 ຊມ, ຍາວ 3.5-8 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານຍົກເວັ້ນເສັ້ນກ່າງກາງໃບ. ກ້ານໃບຍາວ 5-6 ມມ, ມີຂົນ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍກິ່ງ. ດອກຍ່ອຍມີ 5-15 ດອກ, ສີຂາວ, ມີຂົນສັ້ນນຸ້ມ. ໃບປະດັບດອກຄ້າຍໃບ, ກວ້າງ 6-10 ຊມ, ຍາວ 10-30 ມມ. ກ້ານດອກຍາວ 1-3 ມມ. ກາບດອກເຊື່ອມຕິດກັນເປັນຫຼອດຍາວ 1-2 ມມ, ປາຍແຍກອອກເປັນ 6-8 ແສກ, ຮູບຫຼິ່ມແຄບ ຫຼື ຮູບສາມຫຼ່ຽມ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 10-12 ມມ, ປາຍແຍກອອກເປັນ 6-8 ແສກ, ຮູບຂອບຂະໜານ ຫຼື ຮູບແຖບ, ກວ້າງ 1.5-2 ມມ, ຍາວ 5-6 ມມ, ມີກິ່ນຫອມ. ໝາກຮູບຮີ, ກວ້າງ 7-8 ມມ, ຍາວ 10-11 ມມ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ລຳຕົ້ນ: ແກ້ຊາງ.
    ເປືອກຕົ້ນ: ແກ້ອາການຖອກທ້ອງ.
    ໃບ: ຮັກສາແຜສົດ ແລະ ຫ້າມເລືອດ
    ທັງຕົ້ນ: ຊົງເປັນຊາດື່ມແກ້ກະໄສ.
ພືດປະດັບ:
    ດອກ: ມີຄວາມສວຍງາມ ແລະ ມີກິ່ນຫອມນິຍົມນຳມາເປັນໄມ້ປະດັບ.

    ການປະກອບສ່ວນ