ກຳລັງຊ້າງ / Kam Lang Chang

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Maesa montana A. DC. / MYRSINACEAE
ຊື່ພ້ອງ
Maesa argentea var. kwangsiensis Hand.-Mazz.
Maesa castaneifolia Mez
Maesa formosana Mez
Maesa henryi Hu
Maesa martinii H. Lév.
Maesa montana var. elongata A. DC.
Maesa montana var. formosana (Mez) T. Yamaz.
Maesa perlaria var. formosana (Mez) Yuen P. Yang
ຊື່ອື່ນ
ລາວ: ຫັດຄຸນເຄືອ ແລະ ກຳລັງຊ້າງສານ.
ໄທ: ກຳລັງຊ້າງສານ, ໄຄຣ້ງອຍ ແລະ ຫັດສະຄຸນເຄືອ.
ຫວຽດນາມ: Đơn núi, Hoàng dược ແລະ Hoàng dược tử.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 4 ມ, ຜິວລຽບມັນ ຫຼື ມີຂົນເລັກນ້ອຍ, ສີຂຽວ ຫຼື ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບຫອກ, ກວ້າງ 3-9 ຊມ, ຍາວ 10-20 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມຕາມເສັ້ນກາງໃບຢ່າງໜາແໜ້ນ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ, ຍາວ 1-5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ກ້ານດອກຍາວ 1-2 ມມ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ສີຂຽວອ່ອນ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກອອກເປັນ 5 ແສກ, ຮູບຂ້ອນຂ້າງກົມ, ຍາວປະມານ 1 ມມ, ສີຂາວ. ເກສອນເພດຜູ້ມີ 5 ອັນ, ກ້ານຊູຖົງລະອອງສັ້ນ, ຕິດແໜ້ນຢູ່ຫຼອດກີບດອກ. ເຕົ້າໄຂ່ຈັບເທິງ, ຮູບຮີ. ໝາກເກືອບກົມ ຫຼື ຮູບຮີ, ມີເສັ້ນຜ່າາູນກາງ 3-4 ມມ, ມີປາຍຮວງຮັບຕິດຈົນເປັນໝາກ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ນຳມາຕົ້ມດື່ມແກ້ພິດສຳແດງ, ແກ້ເບົາຫວານ, ແກ້ນ້ຳເຫຼືອງເສຍ, ເສີມພູມຄຸ້ມກັນ, ເປັນຢາຂັບພະຍາດພິດ, ເປັນຢາຂັບພະຍາດພິດ, ແກ້ດີຊານ ແລະ ບຳລຸງນ້ຳນົມແມ່ຍິງ.
    ຮາກ ແລະ ແກນໄມ້: ນຳມາຕາກແຫ້ງແລ້ວຕົ້ມເປັນຢາບຳລຸງຮ່າງກາຍ, ບຳລຸງກຳລັງ, ແກ້ປວດເມື່ອຍກ້າມເນື້ອ, ແກ້ຕົວເຫຼືອງ ແລະ ຜອມແຫ້ງ.
    ໝາກ: ບຳລຸງຮ່າງກາຍ.
    ເປືອກຕົ້ນ: ບຳລຸງຫົວໃຈ, ແກ້ໄຂ້, ຊ່ວຍຂັບລົມ, ຊ່ວຍໃຫ້ຈະເລີນອາຫານ ແລະ ນຳມາຕາກແຫ້ງບົດເປັນຜົງຮັກສາສິວຝາໄດ້.
    ສານສະກັດຈາກເປືອກ: ຮັກສາໄຂ້ມາລາເລຍ.
    ແກນໄມ້: ແກ້ເລືອດພິການ, ແກ້ຮ້ອນໃນ, ແກ້ປາດົງ ແລະ ແກ້ອາການເຈັບຂາ.
    ລຳຕົ້ນ: ແກ້ປວດເມື່ອຍ, ປວດຫຼັງ ແລະ ປວດແອວ.
    ໃບ ແລະ ຮາກ: ແກ້ບິດ.
ຄຸນປະໂຫຍດ:
    ເນື້ອໄມ້: ໃຊ້ເຮັດຟືນ.
    ໝາກສຸກ: ເປັນອາຫານຂອງນົກກິນພືດຫຼາຍຊະນິດ.

ການປະກອບສ່ວນ