ບາເລືອດ / Wild Mutmeg
APA 6th ed. ບາເລືອດ / Wild Mutmeg. (2021, July 5). Retrieved from https://www.phakhaolao.la/index.php/kb/0001224
MLA 8th ed. ບາເລືອດ / Wild Mutmeg. Pha Khao Lao, 5 July 2021, https://www.phakhaolao.la/index.php/kb/0001224.
Chicago 17th ed. Pha Khao Lao. 2021. "ບາເລືອດ / Wild Mutmeg." Published July 5, 2021. https://www.phakhaolao.la/index.php/kb/0001224.
Knema corticosa var. tonkinensis Warb.
Knema missionis (Wall. ex King) Warb.
Knema sphaerula (Hook. f.) Airy Shaw
Knema wangii Hu
Myristica corticosa (Lour.) Hook. f. & Thomson
Myristica glaucescens Hook. f. & Thomson
Myristica globularia Lam.
Myristica lanceolata Wall.
Myristica missionis Wall. ex King
Myristica sphaerula Hook. f.
ອັງກິດ: Wild Mutmeg, Small-Leaved Nutmeg, Gerahan, Merbatu Kechil, Penarahan Padi ແລະ Cendarah Padi.
ຈີນ: 小叶红光树.
ຈັດເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງ 10-25 ມ ແລະ ອາດສູງປະມານ 30 ມ, ປາຍຍອດເປັນຟຸ່ມສູງ ແລະ ໝາ, ເປືອກລຳຕົ້ນແຕກເປັນສະເກັດ, ເປືອກດ້ານນອກເປັນສີນ້ຳຕານ ຫຼື ສີເທົາເຂັ້ມ, ເປືອກໃນເປັນສີບົວ, ຍອດ, ໃບອ່ອນ ແລະ ຊໍ່ດອກມີເກັດເປັນຂຸຍສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ ຫຼື ຮູບຫອກ, ໃບກວ້າງ 3-4 ຊມ, ຍາວ 10-16 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍແຫຼມ ຫຼື ຮຽວຍາວ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີຂາວນວນ, ແຜ່ນໃບບາງຄ້າຍຄືໜັງ. ກ້ານໃບຍາວປະມານ 1 ຊມ, ມີຂົນສີນ້ຳຕານ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ອອກຕາມກິ່ງ, ດອກແຍກເພດຕ່າງຕົ້ນກັນ. ດອກຍ່ອຍມີຂະໜາດນ້ອຍ, ສີເຫຼືອງນວນ ຫຼື ສີເຫຼືອງປົນສີນ້ຳຕານ, ດ້ານໃນດອກເປັນສີມ່ວງແດງ. ດອກເພດຜູ້ເປັນຮູບຫຼອດ, ຍາວປະມານ 4 ມມ. ດອກເພດແມ່ຮູບໄຂ່ ຫຼື ຮູບຂອບຂະໜານ. ກີບດອກມີ 3 ກີບ, ຮູບໄຂ່, ຍາວປະມານ 4 ມມ. ໝາກຮູບກົມ ຫຼື ຮູບຮີ, ກວ້າງ 1-1.5 ຊມ, ຍາວ 1.5-2 ຊມ, ມີສັນຍາວຕາມຄວາມຍາວຂອງໝາກ, ຜິວເປືອກມີຂົນສີນ້ຳຕານ, ໝາກແກ່ປ່ຽນເປັນສີສົ້ມ ແລະ ແຕກອອກເປັນ 2 ແສກ. ແກ່ນມີ 1 ແກ່ນ, ສີດຳລຽບ, ປົກຄຸມດ້ວຍເຍື້ອສີແດງ.
ສັບພະຄຸນ:
ເປືອກ: ໃຊ້ດອງເຫຼົ້າບຳລຸງກຳລັງ.
ນ້ຳມັນທີ່ໄດ້ຈາກແກ່ນ: ເປັນຢາຮັກສາພະຍາດຜິວໜັງ ແລະ ຫິດ ໂດຍມີສານ benzyl benzoate.
ສິ່ງປຸກສ້າງ:
ເນື້ອໄມ້: ນຳມາໃຊ້ໃນການກໍ່ສ້າງພາຍໃນບ້ານ.
ຄຸນປະໂຫຍດ:
ນ້ຳມັນຈາກແກ່ນ: ໃຊ້ເຮັດສະບູ ແລະ ໃຊ້ນ້ຳມັນປະມານ 27% ທີ່ໃຊ້ໃນອຸດສາຫະກຳ.
ໝາກ: ໃຊ້ເປັນອາຫານຂອງສັດປ່າ
ໝາຍເຫດ: ແກ່ນມີສານເບື່ອເມົາຫ້າມນຳມາຮັບປະທານ.