ຕົ້ນເລືອດຄວາຍ / Lueat Khwai

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Knema erratica (Hook.f. & Thomson) J.Sinclair / MYRISTICACEAE
ຊື່ພ້ອງ
Myristica erratica Hook. f. & Thomson
Myristica longifolia var. erratica (Hook. f. & Thomson) Hook. f. & Thomson
ຊື່ອື່ນ
ໄທ: ເລືອດຄວາຍ ແລະ ຫັນຊ້າງ.
ຈີນ: 假广子.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນຕັ້ງຊື່, ສູງປະມານ 20 ມ, ແຕກກິ່ງຕັ້ງສາກກັບລຳຕົ້ນ, ກິ່ງອ່ອນ ແລະ ຍອດມີຂົນຮູບດາວກະຈາຍຢ່າງໜາແໜ້ນ, ສີນ້ຳຕານ, ເປືອກແກ່ມີຂົນກະຈາຍຫ່າງໆ, ສີນ້ຳຕານ, ລຽບ ຫຼື ແຕກອອກເປັນແຜ່ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກວ້າງ 3-5 ຊມ, ຍາວ 16-25 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໜາ ແລະ ໜຽວຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີຂາວປົນສີນ້ຳຕານ. ດອກແຍກເພດຕ່າງຕົ້ນກັນ, ອອກຕາມກິ່ງ ແລະ ງ່າມໃບ. ດອກເພດຜູ້ເປັນຊໍ່ມີ 1-4 ດອກ. ເກສອນເພດຜູ້ມີ 10-13 ອັນ, ຈັບເປັນກຸ່ມຮູບສາມຫຼ່ຽມ, ຢູ່ເທິງກ້ານສັ້ນໆ. ດອກເພດແມ່ປາຍຮວງຮັບມີ 4 ແສກ. ໝາກຮູບກົມ ລື ຮູບໄຂ່, ກວ້າງປະມານ 2 ຊມ, ຍາວປະມານ 2.5 ຊມ, ໝາກອ່ອນມີຂົນສີເຫຼືອງ ຫຼື ສີແດງສົ້ມ, ແຕກອອກເປັນ 2 ແສກ, ເນື້ອຫຸ້ມແກ່ນສີແດງ. ແກ່ນມີ 1 ແກ່ນ, ເນື້ອແຂງ, ລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ໃບ: ໃຊ້ເປັນຢາຮັກສາສິວ
    ເປືອກຕົ້ນ: ຊ່ວຍຟອກເລືອດ, ບຳລຸງເລືອດ, ຊ່ວຍໃນການສ້າງເມັດເລືອດ ແລະ ແກ້ນ້ຳຢາງເຫຼືອງເສຍ.
ສິ່ງປຸກສ້າງ:
    ເນື້ອໄມ້: ໃຊ້ກໍ່ສ້າງບ້ານເຮືອນ ແລະ ຍັງສາມາດນຳໃຊ້ປະໂຫຍດໄດ້ຫຼາຍຢ່າງ.
ຄຸນປະໂຫຍດ:
    ໝາກ: ເປັນອາຫານຂອງນົກ.
    ລຳຕົ້ນ ແລະ ກິ່ງ: ໃຊ້ສຳລັບເຮັດຟືນ.

ການປະກອບສ່ວນ